ເມື່ອວັນທີ 10 ມິຖຸນາ 2026 ທີ່ຜ່ານມາ ກົມກິລາລະດັບສູງ ຮ່ວມກັບ ສະຖາບັນກິລາ-ກາຍຍະກຳ ຈັດກອງປະຊຸມ ເພື່ອກະກຽມນັກກິລາເຂົ້າຮ່ວມແຂ່ງຂັນ ເອຊຽນເກມສ໌ ທີ່ປະເທດຍີ່ປຸ່ນ ທີ່ຫ້ອງປະຊຸມກົມກິລາລະດັບສູງ
ໃຫ້ກຽດເປັນປະທານໂດຍ ທ່ານ ບຸນມາ ທຳມະວົງ ຮອງຫົວຫນ້າກົມກິລາລະດັບສູງ, ທ່ານ ປອ. ສອນເພັດ ຈັນດານຸວົງ ຮອງຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ພ້ອມດ້ວຍຄະນະຮັບຜິດຊອບກະກຽມເກັບຕົວຄູຝຶກແລະນັກກິລາ ແຕ່ລະອະນຸກຳມະການ ຈາກສອງພາກສ່ວນເຂົ້າ
ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອຜ່ານຮ່າງຂໍ້ຕົກລົງກະກຽມເກັບຕົວຄູຝຶກແລະນັກກິລາທີ່ຈະເຂົ້າຮ່ວມແຂ່ງຂັນ ກິລາເອຊຽນເກມສ໌ ທີ່ເມືອງໄອຈິ-ນາໂກຢາ ປະເທດຍີ່ປຸ່ນ, ຈັດສັນບຸກຄະລາກອນເຂົ້າໃນແຕ່ລະອະນຸກຳມະການ ແລະ ແບ່ງຫນ້າທີ່ໃຫ້ແຕ່ລະບຸກຄົນຕາມວິຊາສະເພາະ ແລະ ຄວາມສາມາດ
ເຊິ່ງການກະກຽມຄັ້ງນີ້ປະກອບມີ ຄະນະກຳມະການຊີ້ນຳລວມ; ອະນຸກຳມະການຕິດຕາມການຝຶກຊ້ອມ; ອະນຸກຳມະການທີ່ພັກ, ອຸປະກອນ ແລະ ສະຫນາມຝຶກຊ້ອມ; ອະນຸກຳມະການກວດສຸຂະພາບ ແລະ ໂພຊະນາການ; ອະນຸກຳມະການທົດສອບສະມັດຕະພາບຮ່າງກາຍ ແລະ ຈິດໃຈ ເປັນຕົ້ນ ທັງນີ້ທັງນັ້ນ ຍັງໄດ້ຄົ້ນຄວ້າອະນຸກຳມະການອື່ນໆອີກ ເພື່ອປະກອບໃສ່ຂໍ້ຕົກລົງຕາມຄວາມເຫມາະສົມ
ພາບແລະຂ່າວ: ນ້ຳສອງສີ
