ສະຖາບັນກິລາ-ກາຍຍະກຳ ● Institution of Sports
ພະແນກພັດທະນາຫຼັກສູດ ແລະ ສື່ການຮຽນ-ການສອນ
ພະແນກພັດທະນາຫຼັກສູດ ແລະ ສື່ການຮຽນ-ການສອນ
ພະແນກພັດທະນາຫຼັກສູດ ແລະ ສື່ການຮຽນ-ການສອນ
ພະແນກພັດທະນາຫຼັກສູດ ແລະ ສື່ການຮຽນ-ການສອນ ມີໜ້າທີ່ ແລະ ພາລະບົດບາດດັ່ງນີ້:
- ເປັນເສນາທິການໃຫ້ແກ່ຄະນະອຳນວຍການໃນການບໍລິຫານ-ຄຸ້ມຄອງ ຫຼັກສູດ ແລະ ສື່ການຮຽນ-ການສອນ;
- ຄົ້ນຄວ້າ, ວາງແຜນພັດທະນາຍົກລະດັບບຸກຄະກອນກິລາ-ກາຍຍະກຳ ຮັບໃຊ້ສັງຄົມ ແລະ ສາກົນ;
- ສ້າງ, ປັບປຸງ ແລະ ພັດທະນາຫຼັກສູດ, ສື່ການຮຽນ-ການສອນ ແລະ ການຮຽນຮູ້ຕະຫຼອດຊີວິດ ໃຫ້ແທດເໝາະກັບປັດຈຸບັນ ແລະ ສອດຄ່ອງກັບສະຫະພັນກິລາແຫ່ງຊາດ;
- ປະສານສົມທົບ ແລະ ໃຫ້ການຮ່ວມມືກັບອົງການຈັດຕັ້ງທັງພາຍໃນ ແລະ ພາຍນອກທີ່ກ່ຽວຂ້ອງໃນການປະເມີນ ແລະ ຮັບຮອງຫຼັກສູດການຮຽນ-ການສອນ;
- ສົມທົບກັບກົມກິລາລະດັບສູງ, ສະຫະພັນກິລາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ສ້າງຫຼັກສູດກໍ່ສ້າງ ແລະ ຄູ່ມືການຝຶກອົບຮົມບຸກຄະລາກອນກິລາ-ກາຍຍະກຳ;
- ຜະລິດ ແລະ ເຜີຍແຜ່ຫຼັກສູດ ແລະ ສື່ການຮຽນການສອນທີ່ຖືກຮັບຮອງແລ້ວ;
- ສ້າງແບບຟອມຕ່າງໆ ທີ່ກ່ຽວຂ້ອງກັບຫຼັກສູດການຮຽນ-ການສອນ;
- ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຫຼັກສູດ ແລະ ສື່ການຮຽນການສອນໃຫ້ສອດຄ່ອງ ແລະ ແທດເໝາະກັບຫຼັກສູດທີ່ຖືກຮັບຮອງ;
- ຝຶກອົບຮົມນັກວິຊາການດ້ານການພັດທະນາຫຼັກສູດ ແລະ ສື່ການຮຽນ-ການສອນ;
- ຝຶກອົບຮົມບຸກຄະລາກອນກິລາ-ກາຍຍະກຳ ໃນການນຳໃຊ້ຫຼັກສູດ ແລະ ສື່ການຮຽນ-ການສອນ;
- ສ້າງ ແລະ ພັດທະນາ ເວັບໄຊ ຂອງສະຖາບັນ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ ແລະ ວາລະສານ ກິລາ-ກາຍຍະກຳ;
- ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ໃຫ້ສະຖາບັນ;
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຜູ້ອຳນວຍການສະຖາບັນ.
ຫົວໜ້າ
ທ່ານ ນ. ມະນີວັນ ຈັນທະວົງສາ
ຫົວໜ້າພະແນກພັດທະນາຫຼັກສູດ ແລະ ສື່ການຮຽນ-ການສອນ
ຮອງ
ທ່ານ ນ. ມະນີຈັນ ພົງສະຫວັດມີໄຊ
ຮອງພະແນກ
ພະແນກການ
ວິຊາການ
ທ່ານ ນ. ອາລຸນນີ ວັນນະວົງສ
ວິຊາການ
ທ່ານ ນ. ມະນີວັນ ນໍລະສິງ
ວິຊາການ
