ສະຖາບັນກິລາ-ກາຍຍະກຳ ● Institution of Sports
ສາຂາວິທະຍາສາດການກິລາ ແລະ ການອອກກຳລັງກາຍ
ສາຂາ ຫຼັກສູດວິທະຍາສາດການກິລາ ລະດັບປະລິນຍາຕີ ລະບົບ 04 ປີ ສາຂາ ວິທະຍາສາດການກິລາ ແລະ ອອກກຳລັງກາຍ
ປັດຊະຍາ
ສ້າງ ແລະ ພັດທະນານັກວິທະຍາສາດການອອກກຳລັງກາຍ ແລະ ກິລາ ທີ່ມີຄວາມຮູ້ ຄວາມສາມາດສະເພາະ ສາມາດນໍາໃຊ້ຫຼັກວິທະຍາສາດ ແລະ ເຕັກໂນໂລຊີການກິລາ ສົ່ງເສີມຄຸນນະພາບທາງການກິລາ
ວິໄສທັດ
ນັກວິທະຍາສາດການອອກກຳລັງກາຍ ແລະ ກິລາ ເປັນມືອາຊີບ ມີຈັນຍາບັນ ທີ່ຍອມຮັບຂອງສັງຄົມ, ສາມາດເຊື່ອມໂຍງກັບອານຸພາກພື້ນ ພາກພື້ນ ແລະ ສາກົນ
ພາລະກິດ
-
ຜະລິດບຸກຄະລາກອນ ແລະ ນັກກິລາ ໃຫ້ໄດ້ມາດຕະຖານສາກົນ ແລະ ກາຍເປັນມືອາຊີບ
. -
ສ້າງ ແລະ ພັດທະນາຄວາມຮູ້, ຄວາມສາມາດດ້ານວິທະຍາສາດ ແລະ ເຕັກໂນໂລຊີການກິລາ ທີ່ທັນສະໄໝ, ຮູ້ນໍາໃຊ້ເຂົ້າສູ່ພາກປະຕິບັດຕົວຈິງໄດ້
. -
ສາມາດໃຫ້ບໍລິການດ້ານວິຊາການອອກກໍາລັງກາຍ ແລະ ກິລາ ໃນສະຖານທີ່ຮັບໃຊ້ສັງຄົມ
.
ຈຸດປະສົງ
-
ພື່ອເປັນການກໍ່ສ້າງ ພັດທະນາບຸກຄະລາກອນກິລາ ແລະ ນັກກິລາ ໃຫ້ໄດ້ມາດຕະຖານດີຂຶ້ນ ກ້າວໄປສູ່ລະດັບສາກົນ ແລະ ກາຍເປັນມືອາຊີບ, ຮັບໃຊ້ສັງຄົມ ແລະ ຮັບໃຊ້ຊາດ
. -
ເພື່ອເປັນການຄົ້ນຄວ້າ, ວິໄຈດ້ານວິທະຍາສາດ ແລະ ເຕັກໂນໂລຊີການອອກຳລັງກາຍ ແລະ ກິລາ ທີ່ທັນສະໄໝ
. -
ເພື່ອສ້າງໂອກາດໃຫ້ບຸກຄະລາກອນກິລາ ແລະ ນັກກິລາ ໄດ້ປະກອບອາຊີບດ້ານການອອກກໍາລັງກາຍ ແລະ ກິລາ, ມີລາຍຮັບທີ່ເໝາະສົມ ແລະ ຢືນຍົງໃນຕໍ່ໜ້າ
.
ຜົນຜະລິດ
ບຸກຄະລາກອນກິລາ ແລະ ນັກກິລາ ທີ່ອອກຮັບໃຊ້ຊາດ ແລະ ສາກົນ ເຊິ່ງປະກອບມີ
-
ນັກວິທະຍາສາດການກິລາ
. -
ຄູຝຶກດ້ານການພັດທະນາສະມັດຕະພາບຮ່າງກາຍ (ຄູສອນຟິດເນັດ)
. -
ຜູ້ໃຫ້ຄໍາແນະນໍາການອອກກຳລັງກາຍ ແລະ ກິລາໃນສະຖານອອກກຳລັງກາຍຕ່າງໆ
. -
ບຸກຄະລາກອນທີ່ມີຄວາມສາມາດເຊື່ອມໂຍງ ແລະ ກ້າວໄປເຖິງການເປັນຜູ້ແທນຂອງຊາດ ປະຕິບັດໜ້າທີ່ຢູ່ອົງການຈັດຕັ້ງກິລາສາກົນ
ບ່ອນຮອງຮັບຫຼັງສຳເລັດການສຶກສາ
-
ອົງການຈັດຕັ້ງລັດຖະບານ: ປະຕິບັດໜ້າທີ່ຢູ່ບັນດາກະຊວງ, ບັນດາແຂວງ, ນະຄອນຫຼວງ ແລະ ສະຖານການສຶກສາ
. -
ອົງການຈັດຕັ້ງສັງຄົມ: ສະຫະພັນກິລາແຫ່ງຊາດ, ສະມາຄົມກິລາແຂວງ/ນະຄອນຫຼວງ, ສະຫະພັນກິລາແຂວງ/ນະຄອນຫຼວງ ແລະ ສະໂມສອນກິລາ
. -
ພາກສ່ວນທຸລະກິດກິລາເອກະຊົນ: ວິສາຫະກິດທີ່ດໍາເນີນກິດຈະການກ່ຽວກັບການກິລາ-ກາຍຍະກຳ, ສະໂມສອນກິລາ ແລະ ສະຖານທີ່ໃຫ້ບໍລິການກິລາເພື່ອສຸຂະພາບ
. -
ອົງການຈັດຕັ້ງສາກົນ: ປະຕິບັດໜ້າທີ່ໃນອົງການຈັດຕັ້ງສາກົນ ເຊັ່ນ: ເປັນຄະນະບໍລິຫານ ຫຼື ເປັນຄູຝຶກສອນທັກສະ ແລະ ສະມັດຕະພາບຮ່າງກາຍ (Physical Fitness) ກິລາຢູ່ຕ່າງປະເທດ
.
