ສະຖາບັນກິລາ-ກາຍຍະກຳ ● Institution of Sports
ພະແນກບໍລິຫານ ແລະ ຈັດຕັ້ງພະນັກງານ
ພະແນກບໍລິຫານ ແລະ ຈັດຕັ້ງພະນັກງານ
ພະແນກບໍລິຫານ ແລະ ຈັດຕັ້ງພະນັກງານ
ໜ້າທີ່ ແລະ ພາລະບົດບາດຂອງ ພະແນກບໍລິຫານ ແລະ ຈັດຕັ້ງພະນັກງານ ມີດັ່ງນີ້:
- ເປັນເສນາທິການໃຫ້ແກ່ສະຖາບັນໃນການບໍລິຫານ-ຄຸ້ມຄອງວຽກງານບໍລິຫານ ແລະ ຈັດຕັ້ງພະນັກງານ;
- ຄົ້ນຄວ້າ, ວາງແຜນການພັດທະນາຂອງສະຖາບັນ, ສະຫຼຸບສັງລວມ ແລະ ເຜີຍແຜ່ການເຄື່ອນໄຫວວຽກງານໃນແຕ່ລະໄລຍະ;
- ສ້າງແຜນ ງົບປະມານ, ການລົງທຶນ, ການບໍລິຫານຂອງສະຖາບັນ ພ້ອມທັງສະຫຼຸບລາຍງານການປະຕິບັດແຜນໃນແຕ່ລະໄລຍະ;
- ຄົ້ນຄວ້າ, ສ້າງ ແລະ ປັບປຸງບັນດານິຕິກຳ ແລະ ເຜີຍແຜ່ລະບຽບການຕ່າງໆ ກ່ຽວກັບວຽກງານ ບໍລິຫານ-ຄຸ້ມຄອງຂອງສະຖາບັນ;
- ຄຸ້ມຄອງວຽກງານສາລະບັນ, ເລຂານຸການ, ຮັບແຂກ ແລະ ພິທີການອື່ນໆ;
- ຄຸ້ມຄອງບັນຊີ-ການເງິນ, ຄັງເງິນສົດຈາກງົບປະມານລັດ ແລະ ງົບປະມານວິຊາການ ຕາມລະບຽບການ;
- ຄຸ້ມຄອງ, ບູລະນະສ້ອມແປງ ແລະ ປົກປັກຮັກສາພື້ນຖານໂຄງລ່າງ, ຊັບສິນ, ພາຫະນະ, ລະບົບສາງ, ບັນຊີວັດສະດຸ, ອຸປະກອນ, ເຄື່ອງຈັກ, ຫໍພັກ ແລະ ຫ້ອງອາຫານຂອງສະຖາບັນ;
- ສ້າງແຜນຄວາມຕ້ອງການລັດຖະກອນໃໝ່, ຈັດຕັ້ງການຄັດເລືອກພະນັກງານບັນຈຸເປັນລັດຖະກອນ ແລະ ປະເມີນລັດຖະກອນຝຶກງານເປັນລັດຖະກອນສົມບູນ;
- ຈັດຕັ້ງການປະເມີນ ແລະ ນຳສະເໜີການເລື່ອນຊັ້ນ-ເລື່ອນຂັ້ນ ຂອງພະນັກງານ-ລັດຖະກອນ;
- ສະເໜີແຕ່ງຕັ້ງ, ປົດຕຳແໜ່ງ, ສັບຊ້ອນ ຫຼື ຍົກຍ້າຍ, ຮັບບຳເນັດ-ບຳນານ, ຍ້ອງຍໍ ຫຼື ປະຕິບັດວິໄນ ພະນັກງານ, ວິຊາການ ແລະ ລັດຖະກອນຄູ ຂອງສະຖາບັນ;
- ດຳເນີນການປະເມີນຜົນວຽກງານຄຸ້ມຄອງ-ບໍລິຫານ ແລະ ຈັດຕັ້ງພະນັກງານ ຢ່າງເປັນປົກກະຕິ;
- ພົວພັນປະສານງານການຮ່ວມມືກັບບັນດາອົງການຈັດຕັ້ງພາກລັດ, ເອກະຊົນ, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງສາກົນ ພາຍໃນ ແລະ ຕ່າງປະເທດ;
- ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ໃຫ້ສະຖາບັນ;
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຜູ້ອຳນວຍການ.
ຮອງ
ທ່ານ ເປາະ ຫຼວງສຸວັນນະວົງ
ຮອງຫົວໜ້າພະແນກ
ທ່ານ ຄໍາຄູນ ເພັງພະຈັນ
ຮອງພະແນກ
ທ່ານ ໂທສະມິດ ພົງໄພ
ຮອງພະແນກ
ພະແນກການ
ວິຊາການ
ທ່ານ ນ. ເພັດສຸດາ ສົມປະສົງ
ວິຊາການ
ທ່ານ ນ. ລຳພອນ ອິນທະວົງ
ວິຊາການ
ທ່ານ ນ. ມະນີວັນ ໂລທີ
ວິຊາການ
ທ່ານ ສິດທິເດດ ພິມພອນ
ວິຊາການ
ທ່ານ ນ. ແວວມະນີ ນະບັນດິດ
ວິຊາການ
ທ່ານ ສຸນີ ວັນນະວົງ
ວິຊາການ
