ສະຖາບັນກິລາ-ກາຍຍະກຳ ● Institution of Sports

ສາຂາວິທະຍາສາດການຝຶກສອນກິລາ

  • /
  • ສາຂາ
  • /
  • ສາຂາວິທະຍາສາດການຝຶກສອນກິລາ

ສາຂາ ຫຼັກສູດວິທະຍາສາດການກິລາ ລະດັບປະລິນຍາຕີ ລະບົບ 04 ປີ ສາຂາ ວິທະຍາສາດການຝຶກສອນກິລາ

ປັດຊະຍາ

ສ້າງ ແລະ ພັດທະນານັກວິທະຍາສາດການຝຶກສອນກິລາ ທີ່ມີຄວາມຮູ້ ຄວາມສາມາດສະເພາະ ສາມາດນໍາໃຊ້ຫຼັກວິທະຍາສາດ ແລະ ເຕັກໂນໂລຊີການກິລາ ສົ່ງເສີມຄຸນນະພາບທາງການກິລາ.

ວິໄສທັດ

ນັກວິທະຍາສາດການຝຶກສອນກິລາ ເປັນມືອາຊີບ ມີຈັນຍาບັນ ທີ່ຍອມຮັບຂອງສັງຄົມ, ສາມາດເຊື່ອມໂຍງກັບອານຸພາກພື້ນ ພາກພື້ນ ແລະ ສາກົນ.

ພາລະກິດ
  • ຜະລິດບຸກຄະລາກອນ ແລະ ນັກກິລາ ໃຫ້ໄດ້ມາດຕະຖານສາກົນ ແລະ ກາຍເປັນມືອາຊີບ.

  • ສ້າງ ແລະ ພັດທະນາຄວາມຮູ້, ຄວາມສາມາດດ້ານວິທະຍາສາດ ແລະ ເຕັກໂນໂລຊີການກິລາ ທີ່ທັນສະໄໝ ແລະ ສາມາດນໍາໃຊ້ເຂົ້າສູ່ພາກປະຕິບັດຕົວຈິງໄດ້.

  • ສາມາດໃຫ້ບໍລິການດ້ານວິຊາການກິລາ ແລະ ສະຖານທີ່ຮັບໃຊ້ສັງຄົມ.

ຈຸດປະສົງ
  • ເພື່ອກໍ່ສ້າງ ແລະ ພັດທະນາບຸກຄະລາກອນກິລາ ແລະ ນັກກິລາ ໃຫ້ໄດ້ມາດຕະຖານດີຂຶ້ນ ກ້າວໄປສູ່ລະດັບສາກົນ, ກາຍເປັນມືອາຊີບ ຮັບໃຊ້ສັງຄົມ ແລະ ຮັບໃຊ້ຊາດ.

  • ເພື່ອເປັນການຄົ້ນຄວ້າ, ວິໄຈດ້ານວິທະຍາສາດ ແລະ ເຕັກໂນໂລຊີການກິລາ ທີ່ທັນສະໄໝ.

  • ເພື່ອສ້າງໂອກາດໃຫ້ບຸກຄະລາກອນກິລາ ແລະ ນັກກິລາ ໄດ້ປະກອບອາຊີບດ້ານກິລາ, ມີລາຍຮັບທີ່ເໝາະສົມ ແລະ ຢືນຍົງໃນຕໍ່ໜ້າ.

ຜົນຜະລິດ
  • ນັກວິທະຍາສາດການກິລາ ແລະ ນັກວິທະຍາສາດການຝຶກສອນ ທີ່ໄດ້ມາດຕະຖານ ອອກຮັບໃຊ້ຊາດ ແລະ ສາກົນ.

  • ຄູຝຶກສອນກິລາປະເພດຕ່າງໆ ທີ່ເປັນຜູ້ໃຫ້ຄຳແນະນໍາການຝຶກແອບ-ຝຶກຊ້ອມກິລາ ໃນສະໂມສອນ ແລະ ສະຫະພັນກິລາຕ່າງໆ ໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ.

  • ບຸກຄະລາກອນທີ່ມີຄວາມສາມາດເຊື່ອມໂຍງ ແລະ ກ້າວໄປເຖິງການເປັນ ຜູ້ແທນຂອງຊາດ ປະຕິບັດໜ້າທີ່ຢູ່ອົງການຈັດຕັ້ງກິລາສາກົນ.

ບ່ອນຮອງຮັບຫຼັງສຳເລັດການສຶກສາ
  • ອົງການຈັດຕັ້ງລັດຖະບານ: ບັນດາກະຊວງ, ບັນດາແຂວງ, ນະຄອນຫຼວງ ແລະ ສະຖານການສຶກສາ.

  • ອົງການຈັດຕັ້ງສັງຄົມ: ສະຫະພັນກິລາແຫ່ງຊາດ, ສະມາຄົມກິລາແຂວງ/ນະຄອນຫຼວງ ແລະ ສະໂມສອນກິລາ.

  • ພາກສ່ວນທຸລະກິດກິລາເອກະຊົນ: ວິສາຫະກິດທີ່ດຳເນີນກິດຈະການກ່ຽວກັບການກິລາ-ກາຍຍະກຳ, ສະໂມສອນກິລາ ແລະ ສະຖານທີ່ໃຫ້ບໍລິການຝຶກແອບ-ຝຶກຊ້ອມກິລາ.

  • ອົງການຈັດຕັ້ງສາກົນ: ປະຕິບັດໜ້າທີ່ໃນອົງການຈັດຕັ້ງສາກົນ ເຊັ່ນ: ຄະນະບໍລິຫານ, ກຳມະການຕັດສິນກິລາ ຫຼື ເປັນຄູຝຶກສອນກິລາຢູ່ຕ່າງປະເທດ.