ສະຖາບັນກິລາ-ກາຍຍະກຳ ● Institution of Sports

ຄວາມເປັນມາຂອງ ສບກ

ກ່ຽວກັບສະຖາບັນ ປະຫວັດຄວາມເປັນມາຂອງ ສະຖາບັນກິລາ-ກາຍຍະກຳ

ວິໄສທັດ ແລະ ບຸລິມະສິດ

ພັກ ແລະ ລັດຖະບານໄດ້ຖືເອົາວຽກງານກິລາ-ກາຍຍະກຳ ເປັນວຽກງານໜຶ່ງທີ່ເປັນບຸລິມາສິດ, ເປັນພາຫະນະຕົ້ນຕໍ ໃນການພັດທະນາຊັບພະຍາກອນມະນຸດ ແລະ ທັງເປັນປັດໃຈທີ່ສຳຄັນຂອງການຜະລິດ ທີ່ມີລັກສະນະຕັດສິນການພັດທະນາຊັບພະຍາກອນມະນຸດ ແນ່ໃສ່ຍົກຖານະບົດບາດຂອງຊາດ; ເພີ່ມທະວີຄວາມສາມັກຄີ, ມິດຕະພາບ, ການຮ່ວມມືກັບບັນດາປະເທດ ອານຸພາກພື້ນ ພາກພື້ນ ແລະ ສາກົນ.

ເປັນສະຖາບັນໃນການກໍ່ສ້າງ ແລະ ພັດທະນາບຸກຄະລາກອນການກິລາ ແລະ ນັກກິລາໃຫ້ກາຍເປັນມືອາຊີບ ໃຫ້ທຽບເທົ່າມາດຕະຖານຂອງອານຸພາກພື້ນ, ພາກພື້ນ, ສາກົນ

ການສ້າງຕັ້ງສະຖາບັນ

ເພື່ອຕອບ​ສະ​ໜອງ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ​ຖະ​ບານ, ຜັນຂະຫຍາຍວິໄສທັດຮອດປີ 2030 ຍຸດທະສາດ 2025 ແຜນພັດທະນາຂອງຂະແໜງການສຶກສາ ແລະ ກິລາ 5 ປີ ຄັ້ງທີ VIII ແຕ່ປີ 2016-2020 ແລະ ແຜນຍຸດ​ທະ​ສາດພັດທະນາກິລາ-ກາຍຍ​ະ​ກຳ ກະຊວງສຶກສາທິການ ແລະ ກິລາ. ໄດ້ອອກຂໍ້ຕົກລົງຂອງລັດຖະມັນຕີ ກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 1172/ສສກ, ລົງວັນທີ 23 ມີນາ 2020 ວ່າດ້ວຍການໂຮມສູນຝຶກກິລາແຫ່ງຊາດ, ພະແນກວິທະຍາສາດການກິລາ ແລະ ໂຮງຮຽນພອນສະຫວັນກິລາ-ກາຍຍະກຳ ຍົກ​ຖາ​ນະ​ຂຶ້ນ​ເປັນ ສະ​ຖາ​ບັນ​ກິ​ລາ-ກາຍ​ຍະ​ກຳ ໂດຍ​ມີ​ຈຸດ​ປ​ະ​ສົງ ເພື່ອ​ເປັນ​ສະ​ຖານ​ການ​ສຶກ​ສາ ໃນ​ການ​ຈັດ​ຕັ້ງ​ການ​ຮຽນ-ການ​ສອນ, ຝຶກ​ອົບ​ຮົມ, ພັດ​ທະ​ນາຫຼັກ​ສູດ, ຄົ້ນ​ຄ້​ວາ​ວິ​ໄຈ, ຜະ​ລິດ​ສື່​ການ​ຮຽນ-​ການ​ສອນ ແລະ ບໍ​ລິ​ຫານ​ດ້ານ​ວິ​ຊາ​ການ ເພື່ອຕອບສະໜອງຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ ໃນ ການພັດທະນາວຽກງານກິລາ-ກາຍຍະກຳ.

ພາລະບົດບາດ ແລະ ໜ້າທີ່

ສະຖາບັນກິລາ-ກາຍຍະກຳ ມີພາລະບົດບາດເປັນເສນາທິການ ທາງດ້ານວິຊາການໃຫ້ແກ່ກົມ​ກິ​ລາ​ລະ​ດັບ​ສູງ ກະຊວງສຶກສາທິການ ແລະ ກິລາ. ມີໜ້າທີ່ກໍ່ສ້າງ ແລະ ພັດ​ທະ​ນາບຸກຄະລາກອນ​ກິ​ລາ ແລະ ນັກກິລາ ຊື່ງໄດ້​ມີ​ການ​ປະ​ສານສົມທົບ​ຮ່ວມ​ມືກັບບັນດາພາກສ່ວນກິ​ລາທີ່ກ່ຽວຂ້ອງ ເຊັ່ນ : ກົມ​ກິ​ລາ​ລະ​ດັບ​ສູງ, ກົມການສຶກສາຊັ້ນສູງ, ຄະນະວິທະຍາສາດການກິລາ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ, ຄະນະກຳມະການໂອແລມປິກແຫ່ງຊາດລາວ, ບັນດາສະຫະພັນກິລາແຫ່ງຊາດ, ບັນດາກົມວິຊາການຂອງກະຊວງສຶກສາທິການ ແລະ ກິລາ, ວິທະຍາໄລພະລະສຶກສາ ແລະ ພາກສ່ວນກິລາທີ່ກ່ຽວ​ຂ້ອງ ສ້າງຫຼັກສູດວິທະຍາສາດການກິລາ ລະດັບປະລິນຍາຕີ ລະບົບ 4 ປີ ໃນສາຂາວິຊາ ວິທະຍາສາດການ​ອອກ​ກຳ​ລັງ​ກາຍ ແລະ ກິ​ລາ ທີ່ຈະເປີດການຮຽນ-ການສອນໃນສົກປີ 2020-2021.