ເພື່ອເປົ້າໝາຍສູງສຸດໃນການພັດທະນາ
ບຸກຄະລາກອນກິລາ ແລະ ນັກກິລາໃນ ສປປ ລາວ
ສະຖາບັນການສຶກສາ ທີ່ມີບົດບາດເປັນເສົາຫຼັກໃນການພັດທະນາ, ສົ່ງເສີມ ແລະ ຍົກລະດັບວົງການກິລາ, ວິທະຍາສາດການກິລາ ພ້ອມທັງເປັນສູນກາງແຫ່ງການສຶກສາຄົ້ນຄວ້າ, ວິໄຈ ແລະ ສ້າງສັນນະວັດຕະກຳດ້ານການກິລາ ເພື່ອຂັບເຄື່ອນ ແລະ ພັດທະນາບຸກຄະລາກອນດ້ານກິລາ-ກາຍຍະກຳ ໃຫ້ມີຄຸນນະພາບ ແລະ ສັກກະຍະພາບສູງໃນ ສປປ ລາວ.
ສາຂາວິຊາ
ມຸ່ງເນັ້ນການສຶກສາ, ວິໄຈ ແລະ ພັດທະນາບຸກຄະລາກອນ ດ້ານວິທະຍາສາດການກິລາ, ການຝຶກສອນ ແລະ ການຟື້ນຟູສະມັດຖະພາບທາງກາຍ. ໂດຍເປັນສູນກາງໃນການວາງຫຼັກສູດ, ຄົ້ນຄວ້າເຕັກນິກການຝຶກຊ້ອມ, ການພັດທະນາຄວາມແມ້ນຍຳ...
ງານວິໄຈ
ຜົນງານທາງວິຊາການ ຫຼື ເອກະສານລາຍງານ ທີ່ເກີດຈາກການສຶກສາຄົ້ນຄວ້າ, ເກັບກຳຂໍ້ມູນ, ວິເຄາະ ແລະ ທົດລອງຢ່າງມີລະບົບ ເພື່ອຕອບໂຈດ, ແກ້ໄຂບັນຫາ ຫຼື ສ້າງອົງຄວາມຮູ້ໃໝ່ໆ ທີ່ກ່ຽວຂ້ອງກັບວົງການກິລາ.
ຜົນງານ
ໝາກຜົນ, ຄວາມສຳເລັດ ຫຼື ສະຖິຕິຕ່າງໆ ທີ່ນັກຮຽນ-ນັກສຶກສາ ຂອງສະຖາບັນກິລາ-ກາຍຍະກຳ ຍາດມາໄດ້ຈາກການເຂົ້າຮ່ວມການແຂ່ງຂັນກິລາໃນລະດັບຕ່າງໆ (ທັງພາຍໃນ ແລະ ຕ່າງປະເທດ)
ເອກະສານ ປະກາດແຈ້ງການ
ຂ່າວສານ ແລະ ກິດຈະກຳ ການເຄື່ອນໄຫວຫຼ້າສຸດຂອງສະຖາບັນ ແລະ ຂົງເຂດກ່ຽວຂ້ອງ
ກົມກິລາລະດັບສູງ ຮ່ວມກັບ ສະຖາບັນກິລາ-ກາຍຍະກຳ ຈັດກອງປະຊຸມ ເພື່ອກະກຽມນັກກິລາເຂົ້າຮ່ວມແຂ່ງຂັນ ເອຊຽນເກມສ໌ ທີ່ປະເທດຍີ່ປຸ່ນ
ບໍລິສັດ ຮຸ່ງອາລຸນການຄ້າ ອີເລັກໂທນິກ ມອບຂອງລາງວັນ ເພື່ອຊຸກຍູ້ກິດຈະກຳສະແດງຜົນງານນັກສຶກສາ ສົກສຶກສາ 2025-2026 ຂອງສະຖາບັນກິລາ-ກາຍຍະກໍາ
ສະຖາບັນກິລາ-ກາຍຍະກຳ ຈັດພິທີສອບເສັງຄັດເລືອກບັນຈຸລັດຖະກອນຄູໃໝ່ ປະຈຳປີ 2026
ສະຖາບັນກິລາ-ກາຍຍະກຳ ໄດ້ຮັບອຸປະກອນສະໜັບສະໜູນຈາກ ອົງການ AHF Laos ເພື່ອຊຸກຍູ້ກິດຈະກຳສະແດງຜົນງານນັກສຶກສາ ສົກສຶກສາ 2025-2026

ຜູ້ໃຫ້ການສະໜັບສະໜູນ
ຜູ້ໃຫ້ການສະໜັບສະໜູນ, ຍູ້ໜູນ ແລະ ສົ່ງເສີມຮອບດ້ານແກ່ສະຖາບັນ ເພື່ອຮ່ວມກັນສ້າງ, ພັດທະນາບຸກຄະລາກອນ ແລະ ນັກສຶກສາໃຫ້ກາຍເປັນມືອາຊີບທີ່ມີຄຸນນະພາບອອກຮັບໃຊ້ສັງຄົມ ແລະ ປະເທດຊາດ.







