ບໍລິສັດ ຮຸ່ງອາລຸນການຄ້າ ອີເລັກໂທນິກ ມອບຂອງລາງວັນ ເພື່ອຊຸກຍູ້ກິດຈະກຳສະແດງຜົນງານນັກສຶກສາ ສົກສຶກສາ 2025-2026 ຂອງສະຖາບັນກິລາ-ກາຍຍະກໍາ

May 28, 2026 | ກິດຈະກຳ, ຂ່າວສານ

  • Home
  • /
  • ບໍລິສັດ ຮຸ່ງອາລຸນການຄ້າ ອີເລັກໂທນິກ ມອບຂອງລາງວັນ ເພື່ອຊຸກຍູ້ກິດຈະກຳສະແດງຜົນງານນັກສຶກສາ ສົກສຶກສາ 2025-2026 ຂອງສະຖາບັນກິລາ-ກາຍຍະກໍາ

ໃນວັນທີ 27 ພຶດສະພາ 2026 ຕາງຫນ້າບໍລິສັດຮຸ່ງອາລຸນການຄ້າ ອີເລັກໂທນິກ ໄດ້ມອບຂອງລາງວັນ ເພື່ອຊຸກຍູ້ກິດຈະກຳສະແດງຜົນງານນັກສຶກສາ ປະຈຳສົກສຶກສາ 2025-2026, ການຊ່ວຍເຫຼືອໃນຄັ້ງນີ້ ແມ່ນໜຶ່ງໃນແຮງຊຸກຍູ້ອັນສຳຄັນ ທີ່ຈະເຮັດໃຫ້ການຈັດງານມີຄວາມພ້ອມ ແລະ ສົມບູນແບບຫຼາຍຂຶ້ນ. ເຊິ່ງກິດຈະກຳສະແດງຜົນງານນັກສຶກສາດັ່ງກ່າວ ມີກຳນົດຈະຈັດຂຶ້ນຢ່າງເປັນທາງການໃນ ວັນທີ 29 ພຶດສະພາ 2026 ເລີ່ມແຕ່ເວລາ 08:30 ເປັນຕົ້ນໄປ ທີ່ ສູນວິທະຍາສາດການກິລາ ສະຖາບັນກິລາ-ກາຍຍະກໍາ. ໃນນາມຄະນະອຳນວຍການ, ຄູ-ອາຈານ ແລະ ນັກສຶກສາຂອງສະຖາບັນກິລາ-ກາຍຍະກຳ ທັງໝົດ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງ ບໍລິສັດ ຮຸ່ງອາລຸນການຄ້າ ອີເລັກໂທນິກ ທີ່ເຫັນໄດ້ເຖິງຄວາມສຳຄັນຂອງການພັດທະນາບຸກຄະລາກອນດ້ານກິລາ ແລະ ໃຫ້ການຊ່ວຍເຫຼືອໃນຄັ້ງນີ້.
ໂອກາດນີ້, ຂໍເຊີນທຸກໆ ທ່ານເຂົ້າຮ່ວມຊົມ ແລະ ເປັນກຳລັງໃຈໃຫ້ແກ່ນັກສຶກສາ ໃນວັນ, ເວລາ ແລະ ສະຖານທີ່ດັ່ງກ່າວ ເພື່ອຮ່ວມກິດຈະກໍາລຸ້ນຮັບຂອງລາງຈາກຜູ້ສະຫນັບສະຫນຸນຈໍານວນຫລາຍ ແລະ ຊົມຜົນສຳເລັດຂອງນັກສຶກສາກໃນສົກສຶກສານີ້ດ້ວຍ

ຮູບ ແລະ ຂ່າວ: ສາຍນໍ້າຮຸ່ງ
ກວດແກ້: ນ້ຳສອງສີ