ໃນວັນທີ 25 ພຶດສະພາ 2026 ນີ້ໄດ້ຈັດພິທີສອບເສັງຄັດເລືອກບັນຈຸລັດຖະກອນໃໝ່ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ ທີ່ສະຖາບັນກິລ-ກາຍຍະກຳ, ເພື່ອຄັດເລືອກເອົາບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດເຂົ້າໃນຂະແໜງການສຶກສາ.
ໂດຍການເປັນປະທ່ານ ຂອງທ່ານ ກິ່ງລັດຕະນະ ທອງສະໝຸດ ວ່າການຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ສອນເພັດ ຈັນດານຸວົງ ຮອງຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ,ທ່ານ ຄົມມະນາ ສະຖາພອນ ຮອງຫົວໜ້າພະແນກກົມຈັດຕັ້ງ, ທ່ານ ນາງ ແຕ໋ວພູແກ້ວ ຮອງຫົວໜ້າພະແນກ ພັດທະນາກິລາ ກົມກິລາລະດັບສູງ ພ້ອມດ້ວຍຄະນະກຳມະການສອບເສັງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ການສອບເສັງໃນຄັ້ງນີ້ ມີຜູ້ມາລົງທະບຽນເຂົ້າສອບເສັງທັງໝົດ 06 ຄົນ, ໃນນີ້ເປັນເພດຍິງ 02 ຄົນ. ເຊິ່ງຂະບວນການສອບເສັງໄດ້ດຳເນີນໄປຕາມຂັ້ນຕອນຢ່າງເຂັ້ມງວດຄື: ຕອນເຊົ້າແມ່ນການສອບເສັງພາກທິດສະດີ ແລະ ເພື່ອວັດແທກຄວາມຮູ້ພື້ນຖານ ແລະ ທັກສະວິຊາສະເພາະ,ຕອນບ່າຍແມ່ນການສອບເສັງສຳພາດ ເພື່ອປະເມີນທັດສະນະຄະຕິ, ໄຫວພິບ ແລະ ຄວາມເໝາະສົມໃນການບັນຈຸເຂົ້າເປັນພະນັກງານລັດຖະກອນ.
ໃນໂອກາດນີ້, ຄະນະປະທານໄດ້ເນັ້ນໜັກໃຫ້ຄະນະກຳມະການທຸກພາກສ່ວນ ຈົ່ງຍົກສູງຄວາມຮັບຜິດຊອບ ເພື່ອຮັບປະກັນໃຫ້ການສອບເສັງຄັ້ງນີ້ດຳເນີນໄປດ້ວຍຄວາມໂປ່ງໃສ, ຍຸດຕິທຳ ແລະ ຖືກຕ້ອງຕາມລະບຽບການທີ່ວາງໄວ້ ເພື່ອໃຫ້ໄດ້ບຸກຄະລາກອນຄູທີ່ມີຄຸນນະພາບ ມາປະຕິບັດໜ້າທີ່ສິດສອນຢູ່ທີ່ສະຖາບັນກິລາ-ກາຍຍະກຳ ໃຫ້ມີໃບໜ້າໃໝ່ທີ່ດີຂຶ້ນກວ່າເກົ່າ ແລະ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງການສຶກສາໃນປັດຈຸບັນ.
ຂ່າວ: ມະນີວັນ ໂລທີ
ພາບ: ສາຍນ້ຳຮຸ່ງ
ກວດແກ້: ນ້ຳສອງສີ
