ຊົມເຊີຍນັກກິລາ ສະຖາບັນກິລາ-ກາຍຍະກໍາ ສາມາດຍາດໄດ້ຫຼຽນລາງວັນໃນການແຂ່ງຂັນກິລາເທຄວັນໂດຊິງຂັນ ທ່ານປະທານສະຫະພັນກິລາເທຄວັນໂດແຫ່ງຊາດລາວ ຄັ້ງທີ IX

May 16, 2026 | ກິລາ

  • Home
  • /
  • ຊົມເຊີຍນັກກິລາ ສະຖາບັນກິລາ-ກາຍຍະກໍາ ສາມາດຍາດໄດ້ຫຼຽນລາງວັນໃນການແຂ່ງຂັນກິລາເທຄວັນໂດຊິງຂັນ ທ່ານປະທານສະຫະພັນກິລາເທຄວັນໂດແຫ່ງຊາດລາວ ຄັ້ງທີ IX
ຊົມເຊີຍນັກກິລາ ສະຖາບັນກິລາ-ກາຍຍະກໍາ ສາມາດຍາດໄດ້ຫຼຽນລາງວັນໃນການແຂ່ງຂັນກິລາເທຄວັນໂດຊິງຂັນ ທ່ານປະທານສະຫະພັນກິລາເທຄວັນໂດແຫ່ງຊາດລາວ ຄັ້ງທີ IX ທີ່ສູນກິລາບູໂດລາວ-ຍີ່ປຸ່ນ ໃນລະຫວ່າງວັນທີ 01-02 ພຶດສະພາ 2026
ເຊິ່ງຜົນການແຂ່ງຂັນປາກົດວ່າ ນັກກິລາຈາກສະຖາບັນກິລາ-ກາຍຍະກຳ ສາມາດຍາດໄດ້ທັງໝົດ 21 ຫຼຽນ ປະກອບດ້ວຍ 08 ຫຼຽນຄໍາ, 09 ຫຼຽນເງິນ ແລະ 04 ຫຼຽນທອງແດງ, Class A ຢູ່ອັນດັບທີ 03 ຄະແນນລວມ ຈາກທັງໝົດ 23 ສະໂມສອນທີ່ເຂົ້າຮ່ວມການແຂ່ງຂັນ, Class B ຢູ່ອັນດັບທີ 02 ຄະແນນລວມ ຈາກທັງໝົດ 23 ສະໂມສອນທີ່ເຂົ້າຮ່ວມ, Class C ຢູ່ອັນດັບທີ 13 ຄະແນນລວມ ຈາກທັງໝົດ 23 ສະໂມສອນທີ່ເຂົ້າຮ່ວມ, ການເຂົ້າຮ່ວມຄັ້ງນີ້ ສະຖາບັນກິລາ-ກາຍຍະກຳ ສົ່ງນັກກິລາ ເຂົ້າຮ່ວມທັງໝົດ 33 ຄົນ, ມີຄະນະນໍາ ແລະ ຄູຝຶກ ຈໍານວນ 7 ທ່ານ, ນັກຮຽນ ແລະ ນັກສຶກສາ ຈໍານວນທັງໝົດ 26 ຄົນ, ຍິງ 17 ຄົນ ແບ່ງອອກເປັນນັກຮຽນ 25 ຄົນ ແລະ ນັກສຶກສາ 2 ຄົນ ລາຍລະອຽດຜົນການແຂ່ງຂັນສະຫຼຸບໄດ້ດັ່ງນີ້:
1 ນາງ ທິບພະພອນ ເອກະນາດ ມໍ7 ຫຼຽນຄຳ, ຂັນນັກກິລາດີເດັ່ນ ທົ່ວໄປ 49 ກິໂລ
2 ນາງ ລັດສະໝີ ພົມມະລາສີ ມໍ7 ຫຼຽນຄຳ ທົ່ວໄປ 55 ກິໂລ
3 ນາງ ຈັນສະໝຸດ ທິຣາວົງ ຫຼຽນຄຳ ທົ່ວໄປ +72 ກິໂລ
4 ນາງ ສຸດາລາ ຄຳສີສະຫວັດດີ ມໍ1 ຫຼຽນຄຳ 12ປີ 37 ກິໂລ
5 ນາງ ທິບພະພອນ ໄຊຍະແສງ ມໍ5 ຫຼຽນຄຳ 16ປີ 46 ກິໂລ
6 ທ້າວ ປັນຍາສຸກ ແສງອຳພັນ ມໍ2 ຫຼຽນຄຳ 14ປີ 41 ກິໂລ
7 ທ້າວ ຄຳທະວີ ພັນທະວົງ ມໍ2 ຫຼຽນຄຳ 14ປີ 48 ກິໂລ
8 ນາງ ຄູນເມືອງ ຄຳແພງທອງ ມໍ6 ຫຼຽນຄຳ ຂັນນັກກິລາດີເດັ່ນ 16ປີ +51 ກິໂລ
1 ນາງ ແປ້ງຫອມ ບຸດສະດີ ມໍ1 ຫຼຽນເງິນ 12ປີ 41 ກິໂລ
2 ທ ບຸນມີ ເພັງພິລາວົງ ມໍ1 ຫຼຽນເງິນ 12ປີ 30 ກິໂລ
3 ນ ສຸກສັນ ລັດຕະນະວົງ ມໍ1 ຫຼຽນເງິນ 12ປີ 33 ກິໂລ
4 ນາງ ຈັນທະລັກ ອິນທະວົງ ມໍ2 ຫຼຽນເງິນ 14ປີ 41 ກິໂລ
5 ນາງ ປູປ້ຽວ ທຳມະວົງສາ ມໍ2 ຫຼຽນຄຳ 14ປີ 45 ກິໂລ
6 ນາງ ວິໄລພອນ ອຸດົມຜົນ ມໍ2 ຫຼຽນເງິນ 14ປີ +70 ກິໂລ
7 ນ ປານ້ອຍ ສີຫາລາດ ມໍ6 ຫຼຽນເງິນ ທົ່ວໄປ 46 ກິໂລ
8 ນ ໝີໝີ່ ທຶງແກ້ວອຸດົມ ມໍ7 ຫຼຽນເງິນ ທົ່ວໄປ 49 ກິໂລ
9 ນ ຈັນລາ ສຸກຂະເສີມ ມໍ6 ຫຼຽນເງິນ ທົ່ວໄປ 72 ກິໂລ
1 ນາງ ວາດສະໜາ ມະໄລທອງ ປໍ3 ຫຼຽນທອງ 10ປີ 27 ກິໂລ
2 ທ້າວ ໄດມ້ອນ ພານໄທ ມໍ3 ຫຼຽນທອງ 14ປີ 48 ກິໂລ
3 ທ້າວ ສາຍຝົນ ແພງວົງສາ ມໍ7 ຫຼຽນທອງ ທົ່ວໄປ 55 ກິໂລ
4 ທ້າວ ສາຍຄໍາ ແກ້ວລາດສະວົງ ນັກສຶກສາ ປີ1 ຫຼຽນທອງ ທົ່ວໄປ 68 ກິໂລ
1 ທ້າວ ນະດາ ຊາມຸນຕີ ມໍ2 14ປີ 51 ກິໂລ
2 ທ້າວ ບິກນະຄອນ ແກ້ວລາດສະວົງ ມໍ5 16ປີ +51 ກິໂລ
3 ນາງ ພາ ວິວັນທອງ ມໍ5 16ປີ 48 ກິໂລ
4 ທ້າວ ທະນາການ ນ້ອຍພິລາວົງ ນັກສຶກສາ ປີ1 ທົ່ວໄປ 46 ກິໂລ
ພາບ ແລະ ຂ່າວ: ທອງຄູນ
ກວດແກ້: ນ້ຳສອງສີ