ສະຖາບັນກິລາ-ກາຍຍະກຳ ໄດ້ຈັດພິທີ ສະຫລຸບຊຸດການສຶກສາ 2020-2024 ແລະ ມອບ-ຮັບ ໃບປະກາສະນີຍະບັດ ໃຫ້ແກ່ນັກສຶກສາ ຫລັກສູດວິທະຍາສາດການກິລາ ຮຸ່ນທີ 01

Feb 11, 2025 | ຂ່າວສານ

  • Home
  • /
  • ສະຖາບັນກິລາ-ກາຍຍະກຳ ໄດ້ຈັດພິທີ ສະຫລຸບຊຸດການສຶກສາ 2020-2024 ແລະ ມອບ-ຮັບ ໃບປະກາສະນີຍະບັດ ໃຫ້ແກ່ນັກສຶກສາ ຫລັກສູດວິທະຍາສາດການກິລາ ຮຸ່ນທີ 01
ເມື່ອວັນທີ 06 ກຸມພາ 2025 ທີ່ຜ່ານມາ
ສະຖາບັນກິລາ-ກາຍຍະກຳ ໄດ້ຈັດພິທີ ສະຫລຸບຊຸດການສຶກສາ 2020-2024 ແລະ ມອບ-ຮັບ ໃບປະກາສະນີຍະບັດ ໃຫ້ແກ່ນັກສຶກສາ ຫລັກສູດວິທະຍາສາດການກິລາ ຮຸ່ນທີ 01 ທັງ 02 ສາຂາ ໄດ້ແກ່ ສາຂາ ວິທະຍາສາດການຝຶກສອນກິລາ ແລະ ສາຂາ ວິທະຍາສາດການອອກກຳລັງກາຍ ແລະ ກິລາ
ພາຍໃຕ້ການເປັນປະທານຂອງ ທ່ານ ສຸລິວັນ ເຊີນວິໄລ ຜູ້ອຳນວຍການສະຖາບັນດິລາ-ກາຍຍະກຳ, ມີແຂກທີ່ຖືກເຊີນ ຈາກ ກົມກິລາລະດັບສູງ, ກົມການສຶກສາຊັ້ນສູງ, ຄະນະວິທະຍາສາດການກິລາ (ມຊ), ວິທະຍາໄລພະລະສຶກສາ, ຄະນະກຳມະການໂອແລມປິກແຫ່ງຊາດ, ອະດີດຮັກສາການຜູ້ອຳນວຍການ ສບກ, ອະດີດຮອງຜູ້ອຳນວຍການ ສບກ ພ້ອມດ້ວຍຄະນະອຳນວຍການ, ຄູສອນພາຍໃນ ສບກ ແລະ ນັກສຶກສາທີ່ຮັບຮັບໃບປະຫາດ ເຂົ້າຮ່ວມຢ່າງພ້ອມພຽງ
ໂອກາດນີ້ໄດ້ມີການສະຫລຸບຊຸດການສຶກສາແຕ່ປີ 2020-2024 ໂດຍມີການສະຫລຸບຜົນງານຕ່າງໆ ທີ່ຄູ-ອາຈານ ແລະ ນ້ອງນັກສຶກສາ ສາມາດສ້າງມາໄດ້ ໃນໄລຍະ 04 ປີ
ແລະ ໄດ້ມອບ-ຮັບ ໃບປະກາສະນີຍະບັດ ຢ່າງເປັນທາງ ໂດຍມີນັກສຶກສາທັງຫມົດທີ່ສຳເລັດການສຶກສາ ຈຳນວນ 22 ນ້ອງ (ຍິງ 09 ນ້ອງ) ໂດຍແບ່ງອອກເປັນ ສາຂາວິທະຍາສາດການຝຶກສອນກິລາ ຈຳນວນ 13 ນ້ອງ (ຍິງ 04 ນ້ອງ) ແລະ ສາຂາວິທະຍາສາດການອອກກຳລັງກາຍ ແລະ ກິລາ ຈຳນວນ 09 ນ້ອງ (ຍິງ 05 ນ້ອງ)
ຕອນທ້າຍພິທີ ຜູ້ອຳນວຍການກໍມີຄຳເຫັນ ແລະ ຄຳໂອວາດໃຫ້ແກ່ນັກສຶກສາທີ່ສຳເລັດການສຶກສາ ເພື່ອໄປໃຊ້ໃນອະນາຄົດ ພ້ອມດ້ວຍການຂຶ້ນກ່າວຮັບຄຳໂອວາດຈາກຕາງຫນ້ານັກສຶກສາອີກດ້ວຍ
ຮູບພາບ: ສົງການ ແລະ ນ້ຳສອງສີ
ຂ່າວ: ນ້ຳສອງສີ