ສະຖາບັນກິລາ-ກາຍຍະກຳ ● Institution of Sports
ສະພາສະຖາບັນ
ກ່ຽວກັບສະຖາບັນ ສະພາ ສະຖາບັນກິລາ-ກາຍຍະກຳ
ສະພາບໍລິຫານ ມີບົດບາດໃນການ ຄົ້ນຄວ້າພິຈາລະນານະໂຍບາຍຕໍ່ ແຜນພັດທະນາ, ກໍານົດແຜນຍຸດທະສາດ ແລະ ງົບປະມານ ຂອງສະຖາບັນ ໃນການພັດທະນາ, ຮັບຮອງບົດສະຫຼຸບ,ແຜນການ, ງົບປະມານ ຂໍ້ກຳນົດ ແລະ ກົດລະບຽບການຄຸ້ມຄອງບໍລິຫານສະຖາບັນ ແລະ ຄົ້ນຄວ້າພິຈາລະນາການແຕ່ງຕັ້ງບຸກຄະລາກອນ ໃນລະດັບຕ່າງໆຂອງສະຖາບັນ.
ສະພາບໍລິຫານສະຖາບັນ ປະກອບດ້ວຍຕົວແທນຜູ້ຊົງຄຸນວຸດທິພາຍໃນສະຖາບັນ ເຊັ່ນ: ຜູ້ປະກອບການ, ຜູ້ອຳນວຍການສະຖາບັນ, ຮອງຜູ້ອຳນວຍການສະຖາບັນ, ຫົວໜ້າພະແນກ/ພາກວິຊາຕ່າງໆ ຫົວໜ້າສູນ ແລະ ຕາງໜ້າສາມອົງການຈັດຕັ້ງມະຫາຊົນ.
