ສະຖາບັນກິລາ-ກາຍຍະກຳ ● Institution of Sports

ສະພາວິຊາການ

ກ່ຽວກັບສະຖາບັນ ສະພາວິຊາການ

ສະພາວິຊາການມີພາລະບົດບາດໃນການຄົ້ນຄວ້າ, ວາງແຜນ, ຈັດຕັ້ງປະຕິບັດ ແລະ ປະເມີນຜົນການຈັດຕັ້ງ ການຮຽນ-ການສອນ ປະຈຳພາກຮຽນ ແລະ ສົກຮຽນ, ການຄົ້ນຄວ້າ ວິໄຈ ແລະ ການພັດທະນາຫຼັກສູດ ແລະ ສື່, ຕຳແໜ່ງວິຊາການ ແລະ ການຍົກລະດັບບຸກຄະລາກອນ. ສະພາວິຊາການ ປະກອບດ້ວຍ: ຜູ້ອຳນວຍການ, ບັນດາຮອງຜູ້ອຳນວຍການ, ຫົວໜ້າ ພະແນກ, ພາກວິຊາ, ສູນ, ໂຮງຮຽນ, ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ຕາງໜ້າລັດຖະກອນຄູ.