ສະຖາບັນກິລາ-ກາຍຍະກຳ ● Institution of Sports
ພະແນກວິຊາການ ແລະ ກິດຈະການນັກຮຽນ-ນັກສຶກສາ
ພະແນກວິຊາການ ແລະ ກິດຈະການນັກຮຽນ-ນັກສຶກສາ
ພະແນກວິຊາການ ແລະ ກິດຈະການນັກຮຽນ-ນັກສຶກສາ
ພະແນກວິຊາການ ແລະ ກິດຈະການນັກຮຽນ-ນັກສຶກສາ ມີໜ້າທີ່ ແລະ ພາລະບົດບາດ ດັ່ງນີ້
- ເປັນເສນາທິການໃຫ້ຄະນະອຳນວຍການສະຖາບັນໃນການບໍລິຫານ-ຄຸ້ມຄອງວິຊາການ ແລະ ກິດຈະ ການນັກຮຽນ-ນັກສຶກສາ;
- ສ້າງແຜນເຄື່ອນໄຫວວຽກງານວິຊາການ ແລະ ກິດຈະການນັກຮຽນ-ນັກສຶກສາ ປະຈຳແຕ່ລະພາກຮຽນ;
- ສ້າງ ແລະ ປັບປຸງນິຕິກຳກ່ຽວກັບການບໍລິຫານ-ຄຸ້ມຄອງ ວິຊາການ, ການກໍ່ສ້າງ, ການຝຶກອົບຮົມຍົກລະດັບ ນັກກິລາ, ນັກວິຊາການ ແລະ ບຸກຄະລາກອນການກິລາ;
- ສັບຊ້ອນຕາຕະລາງການຮຽນ-ການສອນ ແລະ ຈັດຕັ້ງການສອບເສັງຂອງນັກຮຽນ-ນັກສຶກສາ;
- ຕິດຕາມ, ກວດກາ ຂະບວນການຮຽນ-ການສອນຂອງພາກວິຊາ, ບັນດາສູນ ແລະ ໂຮງຮຽນ;
- ຄົ້ນຄວ້າ ແລະ ນຳສະເໜີຕຳແໜ່ງວິຊາການ ຂອງລັດຖະກອນຄູ ແລະ ພະນັກງານ-ລັດຖະກອນ;
- ປະສານສົມທົບກັບພາກວິຊາ ຄິດໄລ່ຊົ່ວໂມງສອນຂອງລັດຖະກອນຄູ ໃສ່ຂະບວນການຮຽນ-ການສອນ;
- ຂຶ້ນທະບຽນ, ເຮັດບັດ ນັກຮຽນ-ນັກສຶກສາ, ຈັດພິມປະກາສະນີຍະບັດ, ເອກະສານທາງການສຶກສາສໍາລັບນັກຮຽນ-ນັກສຶກສາ ແລະ ຜະລິດສື່ທາງວິຊາການ;
- ຄຸ້ມຄອງຫ້ອງສະໝຸດ, ກິດຈະກຳ, ການເຄື່ອນໄຫວພາຍໃນ, ພາຍນອກຫຼັກສູດ ແລະ ການລົງຝຶກງານຂອງນັກສຶກສາ;
- ສ້າງເກນມາດຕະຖານ, ແຜນບຳລຸງຍົກລະດັບ, ຄັດເລືອກບຸກຄະລາກອນກິລາ-ກາຍຍະກຳ, ພະນັກງານ-ລັດຖະກອນ ແລະ ຄູ ໄປຮຽນຕໍ່ ແລະ ຍົກລະດັບຢູ່ພາຍໃນ ແລະ ຕ່າງປະເທດ;
- ບໍລິການດ້ານວິຊາການກິລາ-ກາຍຍະກຳໃຫ້ແກ່ອົງການຈັດຕັ້ງ ລັດ, ເອກະຊົນ ແລະ ສັງຄົມ;
- ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ໃຫ້ສະຖາບັນ;
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຜູ້ອຳນວຍການສະຖາບັນ.
ຫົວໜ້າ
ທ່ານ ວັນໄຊ ອຸດົມຜົນ
ຫົວໜ້າພະແນກ
ຮອງ
ທ່ານ ນ. ລຸນນາ ສໍດວງເດັ່ນ
ຮອງຫົວໜ້າພະແນກ
ພະແນກການ
ວິຊາການ
ທ່ານ ທອງຄູນ ຄຳສີສະຫວັດດ
ວິຊາການ
ທ່ານ ບີ້ ພົມມະໂຄດ
ວິຊາການ
ທ່ານ ບົວລິດ ແກ້ວວິໄລເກດ
ວິຊາການ
ທ່ານ ຈັນສະໜຸດ ສີທອນແກ້ວຈຳປາ
ວິຊາການ
