ສະຖາບັນກິລາ-ກາຍຍະກຳ ● Institution of Sports
ສູນວິທະຍາສາດການກິລາ
ສູນວິທະຍາສາດການກິລາ
ສູນວິທະຍາສາດການກິລາ
ສູນວິທະຍາສາດການກິລາ ມີໜ້າທີ່ ແລະ ພາລະບົດບາດ ດັ່ງນີ້:
- ເປັນເສນາທິການໃຫ້ແກ່ຄະນະອຳນວຍການສະຖາບັນ ໃນການຄົ້ນຄວ້າ ວິໄຈ ດ້ານວິຊາການກ່ຽວກັບວຽກງານວິທະຍາສາດການກິລາ;
- ວາງແຜນ, ຄົ້ນຄວ້າ ວິໄຈ ແລະ ພັດທະນາດ້ານວິຊາການ ຮັບໃຊ້ການພັດທະນາຂົງເຂດວຽກງານກິລາ-ກາຍຍະກຳ ແລະ ສັງຄົມ;
- ສ້າງ ແລະ ປັບປຸງບັນດານິຕິກຳຕ່າງໆ ກ່ຽວກັບການນຳໃຊ້ວິທະຍາສາດການກິລາເຂົ້າໃນວຽກງານກິລາ-ກາຍຍະກຳ;
- ຄຸ້ມຄອງ ບັນດາໂຄງການຄົ້ນຄວ້າ ວິໄຈ ແລະ ສ້າງນະວັດຕະກຳ ພາຍໃນສະຖາບັນ;
- ເຜີຍແຜ່ ແລະ ໃຫ້ຄວາມຮູ້ດ້ານວິທະຍາສາດການກິລາ-ກາຍຍະກຳ;
- ຕິດຕາມ, ປະເມີນ ແລະ ກວດສຸຂະພາບຂອງນັກກິລາ ແລະ ບຸກຄະລາກອນການກິລາ ແລະ ສັງຄົມ;
- ໃຫ້ບໍລິການດ້ານການແພດ, ໂພຊະນາການ, ການກວດສອບສະມັດຕະພາບຮ່າງກາຍ, ການບຳບັດ-ຟື້ນຟູຮ່າງກາຍ ແລະ ບຳລຸງຮັກສາສຸຂະພາບ ຂອງນັກກິລາ, ບຸກຄະລາກອນການກິລາ ແລະ ສັງຄົມ;
- ຈັດສຳມະນາ ແລະ ຝຶກອົບຮົມນັກວິຊາການດ້ານການຄົ້ນຄວ້າ ວິໄຈ ທາງດ້ານວິທະຍາສາດການກິລາ-ກາຍຍະກຳ;
- ປົກປັກ ແລະ ບຳລຸງຮັກສາ ອຸປະກອນ, ເຄື່ອງທົດລອງ ແລະ ເຄື່ອງຈັກຕ່າງໆ ພາຍໃນສູນ;
- ກວດກາ, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານພາຍໃນສູນ;
- ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ໃຫ້ສະຖາບັນ;
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຜູ້ອຳນວຍການ.
ຫົວໜ້າ
ອຳນວຍການສູນວິທະຍາສາດການກິລາ
ອຳນວຍການສູນວິທະຍາສາດການກິລາ
ຮອງ
ຮອງອຳນວຍການສູນວິທະຍາສາດການກິລາ
ຮອງອຳນວຍການສູນວິທະຍາສາດການກິລາ
ພະແນກການ
ວິຊາການ
ທ່ານ ອານັນດາ ຄຳພູມ
ຫົວໜ້າຂະແໜງ ຄົ້ນຄວ້າ-ວິໄຈ
ທ່ານ ນ. ພອນລາວັນ ສຸລິຮັງ
ວິຊາການ
ທ່ານ ນ. ອານຸລັກ ດວງພະຈັນ
ວິຊາການ
ທ່ານ ນ. ຕິ້ງ ວົງສາ
ວິຊາການ
ທ່ານ ວຽງມະນີ ສີຫາລາດ
ວິຊາການ
