ສະຖາບັນກິລາ-ກາຍຍະກຳ ● Institution of Sports
ໂຮງຮຽນພອນສະຫວັນກິລາ-ກາຍຍະກຳ
ໂຮງຮຽນພອນສະຫວັນກິລາ-ກາຍຍະກຳ
ໂຮງຮຽນພອນສະຫວັນກິລາ-ກາຍຍະກຳ
ໂຮງຮຽນພອນສະຫວັນກິລາ-ກາຍຍະກຳ ມີໜ້າທີ່ ແລະ ພາລະບົດບາດດັ່ງນີ້:
- ເປັນເສນາທິການໃຫ້ແກ່ຄະນະອຳນວຍການສະຖາບັນໃນການຄົ້ນຄວ້າ, ວາງແຜນພັດທະນາໂຮງຮຽນພອນສະຫັວນກິລາ-ກາຍຍະກຳ;
- ສ້າງ ແລະ ປັບປຸງນິຕິກຳກ່ຽວກັບການຄຸ້ມຄອງວຽກງານໂຮງຮຽນພອນສະຫັວນກິລາ-ກາຍຍະກຳ;
- ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ;
- ສຶກສາອົບຮົມແນວຄິດການເມືອງ ໃຫ້ລັດຖະກອນຄູ ແລະ ນັກຮຽນ ມີຄຸນສົມບັດສິນທຳປະຕິວັດ, ມີນໍ້າໃຈຮັກຊາດຮັກລະບອບປະຊາທິປະໄຕປະຊາຊົນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ;
- ວາງແຜນພັດທະນາ, ຄົ້ນຄວ້າ ວິໄຈ ບັນຫາພົວພັນເຖິງການຄຸ້ມຄອງໂຮງຮຽນ, ພັດທະນາກິລາ-ກາຍຍະກຳ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;
- ສ້າງ, ປັບປຸງ ແລະ ພັດທະນາຫຼັກສູດ, ປື້ມຕຳລາການຮຽນ-ການສອນ ແລະ ປື້ມຄູ່ມືຄູ ຕາມຫຼັກສູດຂອງໂຮງຮຽນ ພ້ອມທັງຂໍອະນຸມັດຈັດພີມ;
- ຈັດການຮຽນ-ການສອນຕາມຫຼັກສູດ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ ແລະ ພັດທະນາຫຼັກສູດກິລາ-ກາຍຍະກຳ ເພື່ອຮັບໃຊ້ການກໍ່ສ້າງ ແລະ ພັດທະນານັກກິລາພອນສະຫັວນ ໃຫ້ກາຍເປັນນັກກິລາອາຊີບ;
- ວາງແຜນຮັບນັກຮຽນ, ຈັດຕັ້ງສອບເສັງເອົານັກຮຽນເຂົ້າຮຽນ, ສອບເສັງເລື່ອນຊັ້ນ ຕາມລະບຽບຫຼັກການ ທີ່ກະຊວງສຶກສາທິການ ແລະ ກິລາ ໄດ້ກໍານົດໄວ້;
- ສົ່ງເສີມດ້ານວິຊາການ, ຈັດຕັ້ງກິດຈະກຳ, ເຄື່ອນໄຫວວຽກງານກິລາ-ກາຍຍະກຳ ທັງພາຍໃນ ແລະ ຕ່າງປະເທດ;
- ປະຕິບັດນະໂຍບາຍ ແລະ ສະຫັວດດີການ, ຍ້ອງຍໍ ເພື່ອສ້າງກຳລັງໃຈໃຫ້ແກ່ຄູ ແລະ ນັກຮຽນ ຕາມລະບຽບການ;
- ປົກປັກ ແລະ ບຳລຸງຮັກສາອຸປະກອນ, ສື່ການຮຽນ-ການສອນ, ເຄື່ອງທົດລອງ ແລະ ເຄື່ອງຮັບໃຊ້ຕ່າງໆພາຍໃນໂຮງຮຽນ;
- ອອກໃບຢັ້ງຢືນ ແລະ ປື້ມຕິດຕາມການຮຽນໃຫ້ແກ່ນັກຮຽນ ພ້ອມທັງອອກເອກະສານທາງການຕ່າງໆ ໃຫ້ແກ່ພະນັກງານ, ຄູ ແລະ ນັກຮຽນພາຍໃນໂຮງຮຽນ;
- ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆພາຍໃນໂຮງຮຽນ;
- ກວດກາ, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານພາຍໃນໂຮງຮຽນ;
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຜູ້ອຳນວຍການສະຖາບັນ.
ຫົວໜ້າ
ທ່ານ ສູນທອນ ຄຳສານ
ຮັກສາການຜູ້ອຳນວຍການ
ຮອງ
ທ່ານ ປອ ກໍລະກົດ ສີເມືອງຊອງ
ຮອງຜູ້ອຳນວຍການ
ທ່ານ ອາເລັ່ງ ໄຊແສນສຸກ
ຮອງຜູ້ອຳນວຍການ
ທ່ານ ນ. ສາຄອນ ພົງສະນິດ
ຮອງຜູ້ອຳນວຍການ
ພະແນກການ
ໜ່ວຍງານວິຊາການກິລາ
ທ່ານ ພູທະວີພອນ ພົນໄຊຍາ
ຮັກສາຫົວໜ້າໜ່ວຍງານວິຊາການກິລາ
ທ່ານ ທະນູສອນ ທິໂນລາດ
ຮັກສາການຮອງຫົວໜ້າໜ່ວຍງານວິຊາການກິລາ
ທ່ານ ອຳຄາ ວົງພະຈັນ
ວິຊາການ
ທ່ານ ພອນໄຊ ປາວສະຫວັດ
ວິຊາການ
ທ່ານ ໂທະໂມະຢູກິ ຢາຈິມາ
ວິຊາການ (ອາສາໝັກຍີ່ປຸ່ນ)
ໜ່ວງານວິຊາການສາຍສາມັນ
ທ່ານ ນ. ວົງມະນີ ອຸດົມສຸກ
ຫົວໜ້າວິຊາການສາຍສາມັນ
ທ່ານ ນ. ເພັດດາວອນ ວິລະວົງສາ
ວິຊາການ
ທ່ານ ນ. ບຸນມີ ປຸນດາວົງ
ວິຊາການ
ທ່ານ ນ. ນວນຈັນ ໄຊຍະເພັດ
ວິຊາການ
ທ່ານ ນ. ສີບັງອອນ ອຸຕິທຳ
ວິຊາການ
ທ່ານ ນ. ດາວັນ ແສນມີໄຊ
ວິຊາການ
ໜ່ວຍງານຄຸ້ມຄອງກິດຈະການນັກຮຽນ
ທ່ານ ສຸກ ມະນີພົມ
ຮັກສາການຫົວໜ້າໜ່ວຍງານຄຸ້ມຄອງກິດຈະການນັກຮຽນ
ທ່ານ ນ. ເພັດສົມພອນ ຊຸມພົນພັກດີ
ຮອງຫົວໜ້າໜ່ວຍງານຄຸ້ມຄອງກິດຈະການນັກຮຽນ
ທ່ານ ສີສົມເດັດ ຄຳສົມບູນ
ວິຊາການ
ທ່ານ ຄຳຫວານ ວັນລີວົງ
ວິຊາການ
ທ່ານ ນ. ທິບພະກອນ ສຸທຳມະວົງ
ວິຊາການ
ໜ່ວຍງານບໍລິຫານ
ທ່ານ ສຸລະສິດ ຄຳວົງສາ
ຮອງຫົວໜ້າໜ່ວຍງານບໍລິຫານ
ທ່ານ ນ. ສຸກພັກດີ ພົມມະວົງສີ
ວິຊາການ
ທ່ານ ພູມະໂລງ ນໍລະສິງ
ວິຊາການ
ທ່ານ ສີລິມ່ວງ ນັກພູມິນ
ວິຊາການ
