ສະຖາບັນກິລາ-ກາຍຍະກຳ ● Institution of Sports
ສາຂາວິທະຍາສາດການຝຶກສອນກິລາ
ສາຂາ ຫຼັກສູດວິທະຍາສາດການກິລາ ລະດັບປະລິນຍາຕີ ລະບົບ 04 ປີ ສາຂາ ວິທະຍາສາດການຝຶກສອນກິລາ
ປັດຊະຍາ
ສ້າງ ແລະ ພັດທະນານັກວິທະຍາສາດການຝຶກສອນກິລາ ທີ່ມີຄວາມຮູ້ ຄວາມສາມາດສະເພາະ ສາມາດນໍາໃຊ້ຫຼັກວິທະຍາສາດ ແລະ ເຕັກໂນໂລຊີການກິລາ ສົ່ງເສີມຄຸນນະພາບທາງການກິລາ
ວິໄສທັດ
ນັກວິທະຍາສາດການຝຶກສອນກິລາ ເປັນມືອາຊີບ ມີຈັນຍาບັນ ທີ່ຍອມຮັບຂອງສັງຄົມ, ສາມາດເຊື່ອມໂຍງກັບອານຸພາກພື້ນ ພາກພື້ນ ແລະ ສາກົນ
ພາລະກິດ
-
ຜະລິດບຸກຄະລາກອນ ແລະ ນັກກິລາ ໃຫ້ໄດ້ມາດຕະຖານສາກົນ ແລະ ກາຍເປັນມືອາຊີບ
. -
ສ້າງ ແລະ ພັດທະນາຄວາມຮູ້, ຄວາມສາມາດດ້ານວິທະຍາສາດ ແລະ ເຕັກໂນໂລຊີການກິລາ ທີ່ທັນສະໄໝ ແລະ ສາມາດນໍາໃຊ້ເຂົ້າສູ່ພາກປະຕິບັດຕົວຈິງໄດ້
. -
ສາມາດໃຫ້ບໍລິການດ້ານວິຊາການກິລາ ແລະ ສະຖານທີ່ຮັບໃຊ້ສັງຄົມ
.
ຈຸດປະສົງ
-
ເພື່ອກໍ່ສ້າງ ແລະ ພັດທະນາບຸກຄະລາກອນກິລາ ແລະ ນັກກິລາ ໃຫ້ໄດ້ມາດຕະຖານດີຂຶ້ນ ກ້າວໄປສູ່ລະດັບສາກົນ, ກາຍເປັນມືອາຊີບ ຮັບໃຊ້ສັງຄົມ ແລະ ຮັບໃຊ້ຊາດ
. -
ເພື່ອເປັນການຄົ້ນຄວ້າ, ວິໄຈດ້ານວິທະຍາສາດ ແລະ ເຕັກໂນໂລຊີການກິລາ ທີ່ທັນສະໄໝ
. -
ເພື່ອສ້າງໂອກາດໃຫ້ບຸກຄະລາກອນກິລາ ແລະ ນັກກິລາ ໄດ້ປະກອບອາຊີບດ້ານກິລາ, ມີລາຍຮັບທີ່ເໝາະສົມ ແລະ ຢືນຍົງໃນຕໍ່ໜ້າ
.
ຜົນຜະລິດ
-
ນັກວິທະຍາສາດການກິລາ ແລະ ນັກວິທະຍາສາດການຝຶກສອນ ທີ່ໄດ້ມາດຕະຖານ ອອກຮັບໃຊ້ຊາດ ແລະ ສາກົນ
. -
ຄູຝຶກສອນກິລາປະເພດຕ່າງໆ ທີ່ເປັນຜູ້ໃຫ້ຄຳແນະນໍາການຝຶກແອບ-ຝຶກຊ້ອມກິລາ ໃນສະໂມສອນ ແລະ ສະຫະພັນກິລາຕ່າງໆ ໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ
. -
ບຸກຄະລາກອນທີ່ມີຄວາມສາມາດເຊື່ອມໂຍງ ແລະ ກ້າວໄປເຖິງການເປັນ ຜູ້ແທນຂອງຊາດ ປະຕິບັດໜ້າທີ່ຢູ່ອົງການຈັດຕັ້ງກິລາສາກົນ
.
ບ່ອນຮອງຮັບຫຼັງສຳເລັດການສຶກສາ
-
ອົງການຈັດຕັ້ງລັດຖະບານ: ບັນດາກະຊວງ, ບັນດາແຂວງ, ນະຄອນຫຼວງ ແລະ ສະຖານການສຶກສາ
. -
ອົງການຈັດຕັ້ງສັງຄົມ: ສະຫະພັນກິລາແຫ່ງຊາດ, ສະມາຄົມກິລາແຂວງ/ນະຄອນຫຼວງ ແລະ ສະໂມສອນກິລາ
. -
ພາກສ່ວນທຸລະກິດກິລາເອກະຊົນ: ວິສາຫະກິດທີ່ດຳເນີນກິດຈະການກ່ຽວກັບການກິລາ-ກາຍຍະກຳ, ສະໂມສອນກິລາ ແລະ ສະຖານທີ່ໃຫ້ບໍລິການຝຶກແອບ-ຝຶກຊ້ອມກິລາ
. -
ອົງການຈັດຕັ້ງສາກົນ: ປະຕິບັດໜ້າທີ່ໃນອົງການຈັດຕັ້ງສາກົນ ເຊັ່ນ: ຄະນະບໍລິຫານ, ກຳມະການຕັດສິນກິລາ ຫຼື ເປັນຄູຝຶກສອນກິລາຢູ່ຕ່າງປະເທດ
.
