ສະຖາບັນກິລາ-ກາຍຍະກຳ ● Institution of Sports

ສາຂາບໍລິຫານຈັດການກິລາ

ສາຂາ ຫຼັກສູດວິທະຍາສາດການກິລາ ລະດັບປະລິນຍາຕີ ລະບົບ 04 ປີ ສາຂາ ການບໍລິຫານກິລາ

ປັດຊະຍາ

ສ້າງ ແລະ ພັດທະນາບຸກຄະລາກອນ ໃຫ້ມີຄວາມຮູ້, ຄວາມສາມາດ ແລະ ທັກສະການບໍລິຫານກິລາ ສາມາດນໍາໃຊ້ຫຼັກວິທະຍາສາດ ແລະ ເຕັກໂນໂលຊີ ສົ່ງເສີມຄຸນນະພາບທາງການກິລາ.

ວິໄສທັດ

ເປັນສາຂາທີ່ສ້າງ ແລະ ພັດທະນາຜູ້ບໍລິຫານກິລາ ເປັນມືອາຊີບ ມີຈັນຍາບັນ ຍອມຮັບໃນອົງກອນກິລາ ແລະ ສັງຄົມ.

ພາລະກິດ
  • ສ້າງບຸກຄະລາກອນດ້ານການບໍລິຫານກິລາ ໃຫ້ໄດ້ມາດຕະຖານ ແລະ ກາຍເປັນມືອາຊີບ.

  • ສ້າງ ແລະ ພັດທະນາຄວາມຮູ້, ຄວາມສາມາດດ້ານການບໍລິຫານກິລາ, ຮູ້ນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີການກິລາ ທີ່ທັນສະໄໝ ເຂົ້າໃນວຽກງານຕົວຈິງ.

  • ຮັບໃຊ້ວຽກງານພັດທະນາກິລາ-ກາຍຍະ ແລະ ບໍລິການດ້ານວິຊາການໃນອົງການຈັດຕັ້ງກິລາໃນສັງຄົມ.

ຈຸດປະສົງ
  • ເພື່ອກໍ່ສ້າງ ແລະ ພັດທະນາບຸກຄະລາກອນກິລາ ດ້ານການບໍລິຫານວຽກງານກິລາ-ກາຍຍະ ໃຫ້ໄດ້ມາດຕະຖານດີຂຶ້ນ ກ້າວໄປສູ່ລະດັບສากົນ ກາຍເປັນມືອາຊີບ, ຮັບໃຊ້ສັງຄົມ ແລະ ຮັບໃຊ້ຊາດ.

  • ເພື່ອຄົ້ນຄວ້າ ແລະ ສ້າງຜົນງານວິໄຈດ້ານວຽກງານວິທະຍາສາດບໍລິຫານກິລາ, ວິທະຍາສາດ ແລະ ເຕັກນິກການບໍລິຫານກິລາ ທີ່ທັນສະໄໝ.

  • ເພື່ອສ້າງໂອກາດໃຫ້ບຸກຄະລາກອນກິລາ ໄດ້ມີອາຊີບ ແລະ ຢືນຍົງໃນຕໍ່ໜ້າ.

ຜົນຜະລິດ
  • ບຸກຄະລາກອນດ້ານການບໍລິຫານກິລາທີ່ມີຄວາມຮູ້ຄວາມສາມາດພຽງພໍກັບຄວາມຕ້ອງການ ເພື່ອອອກຮັບໃຊ້ສັງຄົມ, ລະດັບຊາດ ແລະ ສາກົນ.

  • ໄດ້ບຸກຄະລາກອນໃນຫຼາຍຕຳແໜ່ງ ເຊັ່ນ: ຜູ້ບໍລິຫານກິລາ, ນັກບັນຊີ/ການເງິນການກິລາ, ນັກການຕະຫຼາດດ້ານກິລາ, ຜູ້ຈັດການໂຄງການກິລາ, ຜູ້ບໍລິຫານສູນ/ສະໜາມກິລາ, ຜູ້ບໍລິຫານງານສະຫະພັນກິລາແຫ່ງຊາດ ແລະ ສະໂມສອນກິລາອາຊີບ, ນັກວິຊາການ ແລະ ນັກວິໄຈດ້ານການກິລາ.

  • ບຸກຄະລາກອນທີ່ສາມາດເຊື່ອມໂຍງ ແລະ ກ້າວໄປເຖິງການເປັນຜູ້ແທນຂອງຊາດ ໄປປະຕິບັດໜ້າທີ່ຢູ່ອົງການຈັດຕັ້ງກິລາສາກົນ.

ບ່ອນຮອງຮັບຫຼັງສຳເລັດການສຶກສາ
  • ອົງການຈັດຕັ້ງພາກລັດ: ກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ, ບັນດາກະຊວງອື່ນໆ ແລະ ສະຖານການສຶກສາ
  • ອົງການຈັດຕັ້ງສັງຄົມ: ບັນດາສະຫະພັນກິລາແຫ່ງຊາດ, ສະມາຄົມກິລາແຂວງ/ນະຄອນຫຼວງ, ສະຫະພັນກິລາແຂວງ/ນະຄອນຫຼວງ ແລະ ສະໂມສອນກິລາ.
  • ພາກສ່ວນເອກະຊົນ: ບໍລິສັດຈັດງານກິລາ, ບໍລິສັດຕົວແທນກິລາ, ບໍລິສັດຜະລິດ ແລະ ນໍາເຂົ້າ-ສົ່ງອອກເຄື່ອງອຸປະກອນການກິລາ, ຮ້ານຂາຍເຄື່ອງກິລາ ແລະ ສະຖານທີ່ໃຫ້ບໍລິການກິລາເພື່ອສຸຂະພາບ.