ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ສະຖາບັນກິລາ-ກາຍະກຳ
************
ໃນຕອນບ່າຍຂອງວັນທີ 11 ພຶດສະພາ 2026 ເວລາ 13:00 ໂມງ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ການເຄື່ອນໄຫວວຽກງານ ຢູ່ສະຖາບັນກິລາ-ກາຍະກຳ ເພື່ອຕິດຕາມການຈັດຕັ້ງປະຕິບັດວຽກງານ, ຮັບຟັງການລາຍງານຜົນສຳເລັດ, ຂໍ້ຄົງຄ້າງ ແລະ ທິດທາງແກ້ໄຂໃນຕໍ່ໜ້າ. ການລົງເຄື່ອນໄຫວຄັ້ງນີ້ ໄດ້ຮັບການລາຍງານສະພາບໂດຍທ່ານ ກິ່ງລັດຕະນະ ທອງສະມຸດ ເລຂາຄະນະພັກຮາກຖານສະຖາບັນກິລາ-ກາຍຍະກຳ ວ່າການແທນຜູ້ອຳນວຍການສະຖາບັນກິລາ-ກາຍະກຳ ພ້ອມດ້ວຍຄະນະບໍລິຫານງານ, ຄູ-ອາຈານ ແລະ ນັກກິລາ ໃຫ້ການຕ້ອນຮັບ.
ໃນໂອກາດດັ່ງກ່າວນີ້, ທ່ານ ວ່າການແທນຜູ້ອຳນວຍການສະຖາບັນໄດ້ລາຍງານໃຫ້ຊາບກ່ຽວກັບປະຫວັດຄວາມເປັນມາ ແລະ ການເຄື່ອນໄຫວຂອງສະຖາບັນ ໂດຍໃນປັດຈຸບັນ ມີການຝຶກແອບກິລາທັງໝົດ 15 ປະເພດ ຄື: ເທັນນິດ ແລະ ຊອບເທັນນິດ, ຢູໂດ, ເທຄວັນໂດ, ຄາລາເຕໂດ, ມວຍສາກົນ, ວູຊູ, ຍິງທະນູ, ມວຍປ້ຳ, ຍົກນ້ຳໜັກ, ປິ່ງປ່ອງ, ເປຕັງ, ກະຕໍ້, ບານເຕະ, ມວຍລາວ ແລະ ແລ່ນ-ລານ; ດ້ານການຮຽນ-ການສອນ, ສະຖາບັນໄດ້ເປີດສອນໃນລະດັບມັດທະຍົມສຶກສາ (ຊັ້ນ ມ.1, ມ.2, ມ.5 ຫາ ມ.7) ແລະ ໃນລະດັບການສຶກສາຊັ້ນສູງ ປະກອບມີ 2 ສາຂາວິຊາ ຄື: ສາຂາວິທະຍາສາດການອອກກຳລັງກາຍ ແລະ ສາຂາການຝຶກສອນກິລາ; ນອກນີ້, ໃນແຜນການຕໍ່ໜ້າແມ່ນມີແຜນຈະເປີດເພີ່ມອີກ 1 ສາຂາ ຄື: ສາຂາບໍລິຫານການກິລາ. ພ້ອມດຽວກັນນັ້ນ, ທ່ານ ກິ່ງລັດຕະນະ ທອງສະມຸດ ຍັງໄດ້ລາຍງານກ່ຽວກັບການບໍລິຫານຄຸ້ມຄອງ, ການບໍລິການສະຖານທີ່ ແລະ ອຸປະກອນຝຶກແອບ ພ້ອມທັງນຳພາທ່ານຮອງນາຍົກລັດຖະມົນຕີ ຢ້ຽມຊົມສູນຝຶກກິລາແຫ່ງຊາດ, ສູນວິທະຍາສາດການກິລາ, ໂຮງຮຽນພອນສະຫວັນກິລາ-ກາຍຍະກໍາ ແລະສະຫນາມຝຶກແອບຕົວຈິງ.
ໃນຕອນທ້າຍ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະນຳສະຖາບັນ ເອົາໃຈໃສ່ຕື່ມໃນການສ້າງ ແລະ ພັດທະນານັກກິລາ ເພື່ອເຂົ້າຮ່ວມການແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ. ສ່ວນດ້ານການສຶກສາ ແມ່ນໃຫ້ສຸມໃສ່ສ້າງໃຫ້ນັກສຶກສາທີ່ຈົບໄປ ກາຍເປັນນັກວິທະຍາສາດການກິລາ, ຄູຝຶກລະດັບຊາດ ທີ່ມີຄວາມຮູ້ຄວາມສາມາດສູງ ເພື່ອໄປປະຕິບັດໜ້າທີ່ຝຶກສອນຢູ່ໃນສະຖານປະກອບການ ທັງພາກລັດ ແລະ ເອກະຊົນ ໃນອະນາຄົດ.
ພາບ ແລະ ຂ່າວ ໂດຍ: ມິດສະໄໝ
ກວດແກ້: ນ້ຳສອງສີ
