ຄະນະບໍລິຫານງານກໍາມະບານຮາກຖານ ສະຖາບັນກິລາ-ກາຍະກຳ ເຂົ້າຮ່ວມຮັບຟັງການປາຖະກະຖາ ເລົ່າມູນເຊື້ອວັນກຳມະກອນສາກົນ ຄົບຮອບ 140 ປີ ທີ່ຫ້ອງປະຊຸມ ມະຫາວິທະຍາໄລແຫ່ງຊາດ

May 18, 2026 | ຂ່າວສານ

  • Home
  • /
  • ຄະນະບໍລິຫານງານກໍາມະບານຮາກຖານ ສະຖາບັນກິລາ-ກາຍະກຳ ເຂົ້າຮ່ວມຮັບຟັງການປາຖະກະຖາ ເລົ່າມູນເຊື້ອວັນກຳມະກອນສາກົນ ຄົບຮອບ 140 ປີ ທີ່ຫ້ອງປະຊຸມ ມະຫາວິທະຍາໄລແຫ່ງຊາດ
ຄະນະບໍລິຫານງານກໍາມະບານຮາກຖານ ສະຖາບັນກິລາ-ກາຍະກຳ ເຂົ້າຮ່ວມຮັບຟັງການປາຖະກະຖາ ເລົ່າມູນເຊື້ອວັນກຳມະກອນສາກົນ ຄົບຮອບ 140 ປີ ທີ່ຫ້ອງປະຊຸມ ມະຫາວິທະຍາໄລແຫ່ງຊາດ
*************
ໃນຕອນເຊົ້າຂອງວັນທີ 29 ເມສາ 2026 ທີ່ຜ່ານມາ ຄະນະບໍລິຫານງານກໍາມະບານຮາກຖານ ສະຖາບັນກິລາ-ກາຍະກຳ ນຳພາໂດຍ ສະຫາຍ ໂທສະມິດ ພົງໄພ ປະທານກໍາມະບານຮາກຖານສະຖາບັນກິລາ-ກາຍະກຳ ພ້ອມດ້ວຍສະມາຊິກກຳມະບານ ຈຳນວນ 8 ສະຫາຍ ໄດ້ເຂົ້າຮ່ວມພິທີປາຖະກະຖາເລົ່າມູນເຊື້ອປະຫວັດຄວາມເປັນມາຂອງ ວັນກຳມະກອນສາກົນ ຄົບຮອບ 140 ປີ (1 ພຶດສະພາ 1886 – 1 ພຶດສະພາ 2026) ເຊິ່ງຈັດຂຶ້ນທີ່ຫ້ອງປະຊຸມ ມະຫາວິທະຍາໄລແຫ່ງຊາດ.
ພິທີດັ່ງກ່າວ ຈັດຂຶ້ນໂດຍການຮ່ວມມືລະຫວ່າງ ສະຫະພັນກຳມະບານ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ສະຫະພັນກຳມະບານ ມະຫາວິທະຍາໄລແຫ່ງຊາດ (ມຊ). ໂດຍໃຫ້ກຽດປາຖະກະຖາໂດຍ ທ່ານ ວິໄລ ວົງຂະເສີມ ຄະນະພັກ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ເຂົ້າຮ່ວມໃນພິທີມີ ທ່ານ ແແສງສະເດັນ ບຸນລາວົງ ຄະນະບໍລິຫານງານສູນກາງກຳມະບານລາວ, ຄະນະພັກກະຊວງ, ປະທານສະຫະພັນກຳມະບານກະຊວງ ສສກ, ພ້ອມດ້ວຍຮອງປະທານຄະນະບໍລິຫານງານ ສະຫະພັນກຳມະບານກະຊວງ ສສກ, ມຊ, ຜູ້ຕາງໜ້າຈາກການສຶກສາພາກເອກະຊົນ ແລະ ບັນດາຮາກຖານກຳມະບານຕ່າງໆ ຕະຫຼອດຮອດສະມາຊິກກຳມະບານເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດພິທີປາຖະກະຖາໃນຄັ້ງນີ້ ມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ໃນການສຶກສາອົບຮົມດ້ານການເມືອງ-ແນວຄິດ ໃຫ້ແກ່ພະນັກງານ, ສະມາຊິກກຳມະບານ ແລະ ຜູ້ອອກແຮງງານ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບປະຫວັດຄວາມເປັນມາ, ຄວາມໝາຍຄວາມສຳຄັນຂອງວັນກຳມະກອນສາກົນ ວັນທີ 1 ພຶດສະພາ. ທັງນີ້ ກໍເພື່ອຍົກສູງບົດບາດ ແລະ ພາລະກຳປະຫວັດສາດຂອງຊົນຊັ້ນກຳມະກອນ, ເຫັນໄດ້ເຖິງຄວາມເສຍສະລະໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ.
ພ້ອມດຽວກັນນັ້ນ, ຍັງເປັນການປຸກລະດົມຂະບວນການ ປູກຈິດສຳນຶກໃຫ້ແກ່ສະມາຊິກກຳມະບານທຸກສະຫາຍ ໃຫ້ມີຄວາມຕື່ນຕົວ, ມີລະບຽບວິໄນໃນການອອກແຮງງານ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີສີມືແຮງງານທີ່ທັນສະໄໝ ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດໃນຍຸກໃໝ່.
ໃນໂອກາດອັນສະຫງ່າລາສີນີ້, ທ່ານ ວິໄລ ວົງຂະເສີມ ໄດ້ເລົ່າຄືນເຖິງປະຫວັດສາດແຫ່ງການຕໍ່ສູ້ ແລະ ຄວາມຮຽກຮ້ອງຕ້ອງການຂອງກຳມະກອນສາກົນ ກໍຄືກຳມະກອນລາວໃນຍຸກປັດຈຸບັນ, ພ້ອມທັງເນັ້ນໜັກເຖິງການປະກອບສ່ວນໃນພາລະກິດປະຕິວັດ ແລະ ການເສີມຂະຫຍາຍມູນເຊື້ອອັນດີງາມຂອງກຳມະກອນລາວ ໃນໄລຍະຜ່ານມາ ເພື່ອເປັນເຂັມທິດເຍືອງທາງໃຫ້ແກ່ສະມາຊິກກຳມະບານທຸກຮາກຖານ ນຳໄປໝູນໃຊ້ ແລະ ຕັ້ງໜ້າປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ມີຜົນສຳເລັດໃໝ່ ຍິ່ງໃຫຍ່ກວ່າເກົ່າ.
ພາບ ແລະ ຂ່າວ ໂດຍ: ມິດສະໄໝ
ກວດແກ້: ນ້ຳສອງສີ