
ສະຖາບັນກິລາ-ກາຍຍະກຳ ໄດ້ຮັບອຸປະກອນສະໜັບສະໜູນຈາກ ອົງການ AHF Laos ເພື່ອຊຸກຍູ້ກິດຈະກຳສະແດງຜົນງານນັກສຶກສາ ສົກສຶກສາ 2025-2026
**********************
ໃນວັນທີ 22 ພຶດສະພາ 2026 ທີ່ຜ່ານມາ ດຣ. ສຸລິວັນ ເພັງໄຊ ຜູ້ຕາງຫນ້າອົງການ AHF Laos ໄດ້ມອບອຸປະກອນ ເພື່ອນຳໃຊ້ເຂົ້າໃນການຈັດກິດຈະກຳສະແດງຜົນງານນັກສຶກສາ ປະຈຳສົກສຶກສາ 2025-2026 ທີ່ຈະຈັດຂຶ້ນໃນວັນທີ 29 ພຶດສະພາ 2026, ການຊ່ວຍເຫຼືອໃນຄັ້ງນີ້ ແມ່ນໜຶ່ງໃນແຮງຊຸກຍູ້ອັນສຳຄັນ ທີ່ຈະເຮັດໃຫ້ການຈັດງານມີຄວາມພ້ອມ ແລະ ສົມບູນແບບຫຼາຍຂຶ້ນ. ເຊິ່ງກິດຈະກຳສະແດງຜົນງານນັກສຶກສາດັ່ງກ່າວ ມີກຳນົດຈະຈັດຂຶ້ນຢ່າງເປັນທາງການໃນ ວັນທີ 29 ພຶດສະພາ 2026 ເລີ່ມແຕ່ເວລາ 08:30 ເປັນຕົ້ນໄປ ທີ່ ສູນວິທະຍາສາດການກິລາ ສະຖາບັນກິລາ-ກາຍຍະກໍາ
ໃນນາມຄະນະອຳນວຍການ, ຄູ-ອາຈານ ແລະ ນັກສຶກສາຂອງສະຖາບັນກິລາ-ກາຍຍະກຳ ທັງໝົດ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງ ອົງການ AHF Laos ທີ່ເຫັນໄດ້ເຖິງຄວາມສຳຄັນຂອງການພັດທະນາບຸກຄະລາກອນດ້ານກິລາ ແລະ ໃຫ້ການຊ່ວຍເຫຼືອ.
****ໂອກາດນີ້, ຂໍເຊີນທຸກໆ ທ່ານເຂົ້າຮ່ວມຊົມ ແລະ ເປັນກຳລັງໃຈໃຫ້ແກ່ນັກສຶກສາ ໃນວັນ, ເວລາ ແລະ ສະຖານທີ່ດັ່ງກ່າວ ເພື່ອຮ່ວມກັນສ້າງບັນຍາກາດ ແລະ ຊົມຜົນສຳເລັດຂອງນັກສຶກສາໃນສົກສຶກສານີ້ດ້ວຍ
#ສະຖາບັນກິລາ-ກາຍຍະກຳ
ຮູບ ແລະ ຂ່າວ: ສາຍນໍ້າຮຸ່ງ
ກວດແກ້: ນ້ຳສອງສີ
