ແມ່ນໜຶ່ງໃນກິລາຕໍ່ສູ້ທີ່ມີປະຫວັດສາດຍາວນານທີ່ສຸດໃນໂລກ ແລະ ເປັນກິລາຫຼັກໃນງານກິລາໂອລິມປິກ ເຊິ່ງເນັ້ນໃສ່ການໃຊ້ໝັດໃນການໂຈມຕີ ແລະ ປ້ອງກັນຢ່າງມີລະບົບ ແລະ ສິລະປະ.

1. ປະຫວັດຄວາມເປັນມາ (History)
– ຕົ້ນກໍາເນີດ: ການຕໍ່ສູ້ດ້ວຍໝັດເປົ່າ ມີມາຕັ້ງແຕ່ສະໄໝບູຮານ (ເຊັ່ນ: ກຣີກ ແລະ ໂຣມັນ) ແລະ ໄດ້ຖືກບັນຈຸເຂົ້າໃນໂອລິມປິກບູຮານ.
– ມວຍສາກົນຍຸກໃໝ່: ເກີດຂຶ້ນຢູ່ປະເທດອັງກິດ ໃນຕະຕະວັດທີ 18-19 ໂດຍມີການກຳນົດກົດລະບຽບທີ່ຊັດເຈນຂຶ້ນ ເຊັ່ນ: ການບັງຄັບໃຫ້ໃສ່ນວມ ແລະ ການຫ້າມເຕະ ຫຼື ຕີໃຕ້ແອວ ເຊິ່ງຮູ້ຈັກກັນໃນຊື່ “ກົດລະບຽບຂອງມາກຄິສ ແຫ່ງ ຄວີນສເບີຣີ” (Marquess of Queensberry rules) ໃນປີ 1867.

2. ໝວດໝູ່ການແຂ່ງຂັນ (Categories)
ມວຍສາກົນໃນປະຈຸບັນຖືກແບ່ງອອກເປັນ 2 ຮູບແບບໃຫຍ່:
– ມວຍສາກົນສະໝັກຫຼິ້ນ (Amateur Boxing): ແມ່ນຮູບແບບທີ່ແຂ່ງຂັນໃນກິລາໂອລິມປິກ, ຊີເກມ ແລະ ເອຊຽນເກມ. ເນັ້ນການສະສົມຄະແນນຈາກການຊົກທີ່ເຂົ້າເປົ້າ, ຊົກ 3 ຍົກ (ຍົກລະ 3 ນາທີ).
– ມວຍສາກົນອາຊີບ (Professional Boxing): ເປັນການແຂ່ງຂັນເພື່ອລາງວັນ ແລະ ສາຍແອວແຊ້ມໂລກຂອງສະຖາບັນຕ່າງໆ (ເຊັ່ນ: WBC, WBA, IBF, WBO). ບໍ່ໃສ່ເສື້ອ, ຊົກຕັ້ງແຕ່ 4 ຍົກ ໄປຈົນຮອດ 12 ຍົກ (ຍົກລະ 3 ນາທີ).
ໝາຍເຫດ: ທັງສອງຮູບແບບຈະແບ່ງນັກກິລາຕາມ ລຸ້ນນໍ້າໜັກ (Weight Divisions) ເພື່ອຄວາມຍຸຕິທຳ.

3. ທັກສະ ແລະ ເຕັກນິກພື້ນຖານ (Basic Techniques)
* ເຕັກນິກການຊົກມວຍສາກົນ ປະກອບດ້ວຍ 4 ໝັດຫຼັກ:
– ໝັດແຍັບ (Jab): ໝັດໜ້າ ທີ່ໃຊ້ເພື່ອຢັ່ງເຊີງ, ກໍ່ກວນ, ເປີດທາງ ຫຼື ຫາໄລຍະຊົກ.
– ໝັດກົງ (Straight / Cross): ໝັດຫຼັງ ທີ່ມີພະລັງຮຸນແຮງ ໂດຍອາໄສແຮງສົ່ງຈາກການໝູນສະໂພກ ແລະ ຕີນຫຼັງ.
– ໝັດຮຸກ (Hook): ໝັດງໍສອກ ຊົກອອກໄປໃນແນວນອນ ເປົ້າໝາຍແມ່ນຂ້າງຄາງ ຫຼື ລຳຕົວ (ຕັບ/ໂຄງກະດູກຂ້າງ).
– ໝັດອັບເປີຄັດ (Upper-cut): ໝັດເສີຍຂຶ້ນທາງຕັ້ງ ເປົ້າໝາຍແມ່ນໃຕ້ຄາງ ຫຼື ລຳຕົວໃນໄລຍະປະຊິດ.
*ທັກສະການປ້ອງກັນ ແລະ ການເຄື່ອນໄຫວ (Defense & Footwork)
-ການຕັ້ງກາດ (Stance): ການຢືນ ແລະ ຍົກມືປ້ອງກັນ (Orthodox ສໍາລັບຄົນຖະໜັດຂວາ, Southpaw ສໍາລັບຄົນຖະໜັດຊ້າຍ).
-ຟຸດເວີກ (Footwork): ການເຄື່ອນທີ່ເຂົ້າ-ອອກ ແລະ ສ້າງມຸມຊົກຢ່າງວ່ອງໄວ.
-ການຫຼົບຫຼີກ: ການໂຍກໂຕຫຼົບ (Slipping), ການມຸດຫຼົບ (Bobbing and Weaving) ແລະ ການໃຊ້ກາດບັງ (Blocking).

4. ກະຕິກາ ແລະ ການຕັດສິນ (Basic Rules & Scoring)
* ເຂດຫວງຫ້າມ: ຫ້າມຊົກໃຕ້ເຂັມຂັດ (ແອວ), ຫ້າມຊົກທ້າຍທອຍ, ຫ້າມໃຊ້ຫົວຕຳ, ຫ້າມສອກ ແລະ ຫ້າມຊົກຊ້ຳເມື່ອຄູ່ຕໍ່ສູ້ລົ້ມລົງ.
* ການເອົາຊະນະ:
– Knockout (KO): ຄູ່ຕໍ່ສູ້ຖືກຊົກລົ້ມແລ້ວກຳມະການນັບ 1-10 ແລ້ວບໍ່ສາມາດລຸກຂຶ້ນມາຕໍ່ສູ້ໄດ້.
– Technical Knockout (TKO): ກຳມະການ, ແພດສະໜາມ ຫຼື ພີ່ລ້ຽງ ສັ່ງຍຸຕິການແຂ່ງຂັນ ຍ້ອນເຫັນວ່ານັກກິລາໄດ້ຮັບບາດເຈັບຮຸນແຮງ ຫຼື ບໍ່ຢູ່ໃນສະພາບທີ່ຈະສູ້ຕໍ່ໄດ້.
– Win on Points (WP): ຊະນະຄະແນນ ເມື່ອຊົກຄົບຍົກ ໂດຍກຳມະການດ້ານລຸ່ມ 3 ທ່ານ ຈະໃຫ້ຄະແນນຕາມລະບົບ 10-Point Must System (ຜູ້ຊະນະໃນຍົກນັ້ນໄດ້ 10 ຄະແນນ, ຜູ້ເສຍໄດ້ 9 ຫຼື ໜ້ອຍກວ່ານັ້ນ).