ແມ່ນກິລາຫຼັກທີ່ເກົ່າແກ່ ແລະ ຍິ່ງໃຫຍ່ທີ່ສຸດໃນງານກິລາໂອລິມປິກ. ກິລານີ້ເປັນການທົດສອບສະມັດຖະພາບພື້ນຖານຂອງມະນຸດ 4 ດ້ານ ຄື: ການແລ່ນ, ການກະໂດດ, ການທຸ່ມ/ຂວ້າງ ແລະ ການຍ່າງ.
ກິລານີ້ຢູ່ພາຍໃຕ້ການຄວບຄຸມຂອງ ສະຫະພັນກິລາແລ່ນ-ລານໂລກ (World Athletics) ໂດຍທົ່ວໄປຈະແບ່ງປະເພດການແຂ່ງຂັນອອກເປັນ 2 ກຸ່ມໃຫຍ່ໆ ຕາມລັກສະນະຂອງສະໜາມ ຄື: ປະເພດລູ່ (Track) ແລະ ປະເພດລານ (Field) ດັ່ງນີ້:
1. ປະເພດລູ່ (Track Events – ການແລ່ນ)
ແມ່ນການແຂ່ງຂັນທີ່ຕັດສິນກັນດ້ວຍ ຄວາມໄວ ແລະ ເວລາ ໂດຍແລ່ນໄປຕາມຊ່ອງແລ່ນ (Lanes) ເທິງທາງແລ່ນວົງກົມຮອບສະໜາມ (ໄລຍະ 1 ຮອບມາດຕະຖານເທົ່າກັບ 400 ແມັດ). ແບ່ງອອກເປັນ:
– ແລ່ນໄລຍະສັ້ນ (Sprints): ເນັ້ນພະລັງຄວາມໄວສູງສຸດ ປະກອບມີໄລຍະ 100 ແມັດ, 200 ແມັດ ແລະ 400 ແມັດ.
– ແລ່ນໄລຍະກາງ (Middle-Distance): ເນັ້ນທັງຄວາມໄວ ແລະ ຄວາມທົນທານ ປະກອບມີໄລຍະ 800 ແມັດ ແລະ 1,500 ແມັດ.
– ແລ່ນໄລຍະໄກ (Long-Distance): ເນັ້ນຄວາມທົນທານຂອງລະບົບຫາຍໃຈ ແລະ ກ້າມຊີ້ນ ປະກອບມີໄລຍະ 5,000 ແມັດ ແລະ 10,000 ແມັດ.
– ແລ່ນຂ້າມຮົ້ວ (Hurdles): ເປັນການແລ່ນຄວາມໄວພ້ອມກັບການກະໂດດຂ້າມສິ່ງກີດຂວາງ (ຮົ້ວ) ຕາມຈຳນວນທີ່ກຳນົດ ເຊັ່ນ: ຂ້າມຮົ້ວ 100 ແມັດ (ຍິງ), 110 ແມັດ (ຊາຍ) ແລະ 400 ແມັດ (ຊາຍ/ຍິງ).
– ແລ່ນຜ່ານ ຫຼື ແລ່ນຜັດ (Relays): ເປັນການແຂ່ງຂັນປະເພດທີມ (ທີມລະ 4 ຄົນ) ໂດຍຕ້ອງມີການສົ່ງຕໍ່ໄມ້ຄະຕາ (Baton) ໃຫ້ກັນໃນເຂດທີ່ກຳນົດ ປະກອບມີ 4×100 ແມັດ ແລະ 4×400 ແມັດ.
ໝາຍເຫດ: ນອກຈາກນີ້ຍັງມີ ການແລ່ນວິບາກ 3,000 ແມັດ (Steeplechase) ທີ່ຕ້ອງໂດດຂ້າມຮົ້ວແລະບໍ່ນ້ຳ, ການແລ່ນມາຣາທອນ (Marathon – 42.195 ກິໂລແມັດ) ທີ່ແລ່ນໃນເສັ້ນທາງຖະໜົນ, ແລະ ກິລາຍ່າງທົນ (Race Walking) ທີ່ກົດສຳຄັນຄືຕີນຂ້າງໜຶ່ງຕ້ອງແປະພື້ນຕະຫຼອດເວລາ ແລະ ເຂົ່າຕ້ອງຊື່.
2. ປະເພດລານ (Field Events – ການໂດດ ແລະ ການທຸ່ມ/ຂວ້າງ)
ແມ່ນການແຂ່ງຂັນທີ່ຫຼິ້ນຢູ່ບໍລິເວນສະໜາມຫຍ້າ ຫຼື ເບາະຮັບຮອງ ຕັດສິນກັນດ້ວຍ ໄລຍະທາງ (ຄວາມສູງ ຫຼື ຄວາມໄກ) ໂດຍນັກກິລາຈະໄດ້ໂອກາດໃນການເຮັດສະຖິຕິຕາມຈຳນວນຄັ້ງທີ່ກຳນົດ. ແບ່ງອອກເປັນ 2 ກຸ່ມຍ່ອຍ:
* ກຸ່ມປະເພດກະໂດດ (Jumps)
– ກະໂດດໄກ (Long Jump): ແລ່ນມາດັ່ງແຮງແລ້ວຢຽບກະດານກະໂດດ ເພື່ອດີດໂຕໃຫ້ລອຍໄປຕົກໃນອ່າງຊາຍໃຫ້ໄດ້ໄລຍະທາງໄກທີ່ສຸດ.
– ເຂຍ-ກ້າວ-ໂດດ (Triple Jump): ຄ້າຍຄືກັບກະໂດດໄກ ແຕ່ຕ້ອງໃຊ້ເຕັກນິກການໂດດ 3 ຈັງຫວະຕິດຕໍ່ກັນ (Hop, Step, and Jump) ກ່ອນລົງອ່າງຊາຍ.
– ກະໂດດສູງ (High Jump): ແລ່ນໂຄ້ງມາແລ້ວດີດໂຕຂ້າມຄານແນວນອນ ເພື່ອລົງສູ່ເບາະຮັບຮອງ ໂດຍຫ້າມເຮັດຄານຕົກ.
– ກະໂດດຄ້ຳ (Pole Vault): ໃຊ້ອຸປະກອນ “ໄມ້ຄ້ຳ” ທີ່ວາງຢືດຫຍຸ່ນໄດ້ ຊ່ວຍສົ່ງໂຕໃຫ້ລອຍຂ້າມຄານທີ່ຢູ່ສູງຫຼາຍໆ.
* ກຸ່ມປະເພດທຸ່ມ, ຂວ້າງ, ພຸ່ງ (Throws)
– ທຸ່ມນ້ຳໜັກ (Shot Put): ການດັນ ຫຼື ທຸ່ມລູກເຫຼັກມົນໆ ທີ່ມີນ້ຳໜັກອອກຈາກບໍລິເວນຂ້າງຄາງ ໃຫ້ຕົກໄປໄດ້ໄລຍະທາງໄກທີ່ສຸດ.
– ຂວ້າງຈານ (Discus Throw): ການໝູນໂຕຢູ່ໃນວົງກົມ ເພື່ອເຫ້ວງຈານແບນໆ ອອກໄປໃຫ້ໄກ.
– ພຸ່ງແຫຼນ (Javelin Throw): ການແລ່ນມາທາງຊື່ ແລ້ວພຸ່ງຫອກ (ແຫຼນ) ອອກໄປດ້ານໜ້າໃຫ້ປາຍແຫຼນປັກລົງພື້ນ.
– ຂວ້າງຄ້ອນ (Hammer Throw): ການໝູນໂຕເພື່ອເຫ້ວງລູກເຫຼັກທີ່ມີສາຍສະລິງແລະດ່ານຈັບ (ຄ້ອນເຫຼັກ) ອອກໄປ.
3. ປະເພດຄົບເຄື່ອງ (Combined Events)
ເປັນການແຂ່ງຂັນທີ່ນັກກິລາຄົນດຽວ ຕ້ອງແຂ່ງຂັນໃນຫຼາຍໆ ປະເພດລວມກັນພາຍໃນ 1-2 ວັນ ແລ້ວເອົາສະຖິຕິມາປ່ຽນເປັນຄະແນນສະສົມ:
– ທົດສະກິລາ (Decathlon): ສໍາລັບນັກກິລາຊາຍ ແຂ່ງຂັນທັງໝົດ 10 ປະເພດ.
– ສັດຕະກິລາ (Heptathlon): ສໍາລັບນັກກິລາຍິງ ແຂ່ງຂັນທັງໝົດ 7 ປະເພດ.
